lo_ezk_text_ulb_l3/44/04.txt

2 lines
1.7 KiB
Plaintext

ແລ້ວ​ເພິ່ນ​ກໍ​ນຳ​ຂ້າ­ພະ­ເຈົ້າ​ມາ​ຕາມ​ທາງ​ຂອງ​ປະ­ຕູ​ເໜືອ ມາ​ທີ່​ຂ້າງ​ໜ້າ​ພຣະ­ວິ­ຫານ ຂ້າ­ພະ­ເຈົ້າ​ເບິ່ງ ແລະ​ເບິ່ງ​ແມ ສະ­ຫງ່າ­ລາ­ສີ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ​ກໍ​ເຕັມ​ພຣະ­ວິ­ຫານ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ ແລະ​ຂ້າ­ພະ­ເຈົ້າ​ກໍ​ກົ້ມ​ໜ້າ​ລົງ​ເຖິງ​ດິນ
5 ພຣະ­ຜູ້­ເປັນ­ເຈົ້າ​ກ່າວ​ກັບ​ຂ້າ­ພະ­ເຈົ້າ​ວ່າ “ບຸດ​ແຫ່ງ​ມະ­ນຸດ​ເອີຍ ຈົ່ງ​ຕັ້ງ­ໃຈ​ໃຫ້​ດີ ທຸກ​ສິ່ງ​ທີ່​ເຮົາ​ຈະ​ບອກ​ເຈົ້າ ກ່ຽວ­ກັບ​ກົດ​ທັງ​ໝົດ​ຂອງ​ພຣະ­ວິ­ຫານ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ ແລະ​ກົດ­ໝາຍ​ທັງ​ໝົດ​ຂອງ​ພຣະ­ວິ­ຫານ​ນັ້ນ ຈົ່ງ​ເບິ່ງ​ດ້ວຍ​ຕາ​ຂອງ​ເຈົ້າ ແລະ​ຟັງ​ດ້ວຍ​ຫູ​ຂອງ​ເຈົ້າ ແລະ​ຈົດ​ຈຳ​ເລື່ອງ​ທາງ​ເຂົ້າ​ພຣະ­ວິ­ຫານ ແລະ​ທາງ​ອອກ­ຈາກ​ສະ­ຖານ­ທີ່​ບໍ­ລິ­ສຸດ​ໃຫ້​ດີ