lo_ezk_text_ulb_l3/43/25.txt

3 lines
1.7 KiB
Plaintext

\v 25 \v 26 \v 27 ເຈົ້າ​ຈົ່ງ​ຕຽມ​ແບ້​ໂຕ​ໜຶ່ງ​ເປັນ​ເຄື່ອງ­ບູ­ຊາ​ໄຖ່​ບາບ​ທຸກ​ວັນ​ຈົນ​ຄົບ​ເຈັດ​ວັນ ແລະ​ພວກ​ປະ­ໂລ­ຫິດ​ຈະ​ຕຽມ​ງົວ​ໜຸ່ມ​ກັບ​ແກະ​ຜູ້​ທີ່​ປາດ­ສະ­ຈາກ​ຕຳ­ໜິ​ຈາກ​ຝູງ​ດ້ວຍ
26 ພວກ­ເຂົາ​ທັງ­ຫລາຍ​ຈະ​ຕ້ອງ​ເຮັດ­ການ​ລຶບ­ລ້າງ​ມົນ­ທິນ​ແທ່ນ​ບູ­ຊາ​ຢູ່​ເຈັດ​ວັນ​ຈຶ່ງ​ຈະ​ຊຳ­ລະ​ສຳ­ເລັດ ແລະ​ຈະ​ສະ­ຖາ­ປະ­ນາ​ຕົນ­ເອງ​ໄວ້
27 ແລະ​ເມື່ອ​ພວກ­ເຂົາ​ເຮັດ​ຄົບ​ຕາມ​ກຳ­ນົດ​ເຫລົ່າ​ນີ້​ແລ້ວ ຕັ້ງ­ແຕ່​ວັນ­ທີ​ແປດ​ເປັນ­ຕົ້ນ​ໄປ ປະ­ໂລ­ຫິດ​ຈະ​ຕ້ອງ​ຖວາຍ​ເຄື່ອງ​ເຜົາ​ບູ­ຊາ​ຂອງ​ເຈົ້າ ແລະ​ເຄື່ອງ­ບູ­ຊາ​ໂມ­ທະ­ນາ​ພຣະ­ຄຸນ​ຂອງ​ເຈົ້າ​ຢູ່​ເທິງ​ແທ່ນ​ນັ້ນ ແລະ​ເຮົາ​ຈະ​ພໍ­ພຣະ­ໄທ​ເຈົ້າ​ທັງ­ຫລາຍ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ​ນີ້­ແຫລະ”