lo_ezk_text_ulb_l3/39/04.txt

3 lines
1.3 KiB
Plaintext

\v 4 \v 5 \v 6 ເຈົ້າ​ຈະ​ລົ້ມ­ລົງ​ເທິງ​ພູ­ເຂົາ​ແຫ່ງ​ອິສຣາເອນ ທັງ​ເຈົ້າ ແລະ​ກອງ­ທັບ​ທັງ​ຫມົດ​ຂອງ​ເຈົ້າ ແລະ​ຊົນ­ຊາດ​ທັງ­ຫລາຍ​ທີ່­ຢູ່​ກັບ​ເຈົ້າ ເຮົາ​ຈະ​ມອບ​ເຈົ້າ​ໃຫ້­ເປັນ​ອາ­ຫານ​ແກ່​ນົກ​ທຸກ​ຊະ­ນິດ ແລະ​ແກ່​ສັດ­ປ່າ
5 ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ວ່າ ເຈົ້າ​ຈະ​ລົ້ມ­ລົງ​ເທິງ​ພື້ນ­ດິນ ເພາະ​ເຮົາ​ໄດ້​ລັ່ນ​ຄຳ​ເວົ້າ​ແລ້ວ
6 ເຮົາ​ຈະ​ສົ່ງ​ແປວ­ໄຟ​ມາ​ເໜືອ​ມາ­ໂຄກ ແລະ​ທ່າມ­ກາງ​ຜູ້​ທີ່​ອາ­ໄສ​ຢູ່​ຢ່າງ​ປອດ­ໄພ​ຕາມ​ເກາະ​ຕ່າງໆ ແລະ​ພວກ­ເຂົາ​ທັງ­ຫລາຍ​ຈະ​ຮູ້­ວ່າ​ເຮົາ​ແມ່ນ​ພຣະ­ຜູ້­ເປັນ­ເຈົ້າ