3 lines
1.9 KiB
Plaintext
3 lines
1.9 KiB
Plaintext
\v 7 ເຈົ້າ ແລະບັນດາກອງທັບຊຶ່ງປະຊຸມຢູ່ກັບເຈົ້າ ຈົ່ງຕຽມຕົວພ້ອມ ແລະໃຫ້ພ້ອມໄວ້ສະເຫມີ ຈົ່ງເປັນຍາມເຝົ້າພວກເຂົາທັງຫລາຍ
|
|
\v 8 ເມື່ອລ່ວງໄປຫລາຍມື້ແລ້ວ ເຈົ້າຈະຕ້ອງຖືກເອີ້ນຕົວ ໃນປີຫລັງໆ ເຈົ້າຈະຍົກເຂົ້າໄປຕໍ່ສູ້ກັບແຜ່ນດິນຊຶ່ງໄດ້ຄືນມາຈາກດາບ ເປັນແຜ່ນດິນທີ່ປະຊາຊົນຮວບຮວມກັນມາຈາກຊົນຊາດຫລາຍຊາດຢູ່ທີ່ເທິງພູເຂົາອິສຣາເອນ ຊຶ່ງເຄີຍເປັນບ່ອນຮ້າງເປົ່າຢູ່ຕະຫລອດໄປເປັນນິດ ປະຊາຊົນຂອງແຜ່ນດິນນັ້ນອອກມາຈາກຊົນຊາດອື່ນໆ ບັດນີ້ ອາໄສຢູ່ຢ່າງປອດໄພແລ້ວ
|
|
\v 9 ເຈົ້າຈະລຸກອອກໄປ ມາເຫມືອນພາຍຸ ເຈົ້າຈະເປັນເຫມືອນເມກປົກຄຸມແຜ່ນດິນ ທັງເຈົ້າ ແລະກອງທັບທັງຫມົດຂອງເຈົ້າ ແລະຊົນຊາດທັງຫລາຍທີ່ຢູ່ກັບເຈົ້າ |