lo_ezk_text_ulb_l3/34/14.txt

1 line
1.6 KiB
Plaintext

\v 14 ເຮົາຈະໃຫ້ພວກມັນຢູ່ໃນທົ້ງຫຍ້າທີ່ອຸດົມສົມບູນ ແລະເທິງພູເຂົາສູງທັງຫລາຍຂອງອິດສະຣາເອນ ຈະເປັນທີ່ເລັມຫຍ້າຂອງພວກມັນ,ທີ່ນັ້ນພວກມັນຈະນອນລົງໃນທົ່ງຫຍ້າທີ່ດີ, ເພື່ອເລັມຫຍ້າໃນທົ່ງຫຍ້າອັນອຸດົມສົມບູນ ແລະພວກມັນຈະເລັມຫຍ້າເທິງພູເຂົາຂອງອິດສະຣາເອນ. \v 15 ເຮົາ​ເອງ​ຈະ​ເປັນ​ຜູ້​ລ້ຽງ​ຝຸງແກະ​ຂອງ​ເຮົາ ແລະ​ເຮົາເອງຈະເຮັດໃຫ້ພວກມັນນອນລົງ​. ນີ້ເປັນຄຳະກາດຂອງພຣະຢາເວອົງພຣະ­ຜູ້­ເປັນ­ເຈົ້າ- \v 16 ເຮົາ​ຈະ​ຊອກ­ຫາ​ແກະ​ໂຕ​ທີ່​ສູນ­ເສຍ​ໄປ ແລະຈະ​ນຳ​ໂຕ​ທີ່​ຫລົງ­ທາງ​ກັບ​ມາ. ເຮົາຈະ​ພັນ​ແຜໃຫ້ແກະໂຕທີ່ກະດູກຫັກແລະ​ປິ່ນ­ປົວແກະ​ໂຕ​ທີ່​ບາດ­ເຈັບ​ໃຫ້​ດີ. ເຮົາຈະທຳລາຍແກະທີ່ອ້ວນ ແລະ​ແຂງ­ແຮງ​. ເຮົາຈະລ້ຽງພວກມັນດ້ວຍຄວາມ​ຍຸດຕິທຳ.