lo_ezk_text_ulb_l3/45/13.txt

3 lines
1.8 KiB
Plaintext

ຕໍ່­ໄປ​ນີ້​ເປັນ​ກຳ­ນົດ​ເຄື່ອງ​ຖວາຍ​ທີ່​ເຈົ້າ​ທັງ­ຫລາຍ​ຈະ​ຕ້ອງ​ຖວາຍ ຄື​ເຂົ້າ­ເປືອກ​ໂຮ​ເມ​ໜຶ່ງ​ໃຫ້​ຖວາຍ​ໜຶ່ງ​ສ່ວນ​ຫົກ​ເອ­ຟາ ເຂົ້າ​ເດືອຍ​ໂຮ​ເມ​ໜຶ່ງ​ໃຫ້​ຖວາຍ​ໜຶ່ງ​ສ່ອນ​ຫົກ​ຂອງ​ເອ­ຟາ
14 ແລະ​ສ່ວນ​ກຳ­ນົດ​ປະ­ຈຳ​ຂອງ​ນ້ຳ­ມັນ ຄື​ນ້ຳ­ມັນ​ໜຶ່ງ​ບາດ ນ້ຳ­ມັນ​ໂຄ­ຣະ​ໜຶ່ງ​ຖວາຍ​ໜຶ່ງ​ສ່ວນ​ສິບ​ຂອງ​ບາດ ໂຄ­ຣະ​ກໍ​ເໝືອນ​ໂຮ­ເມີ​ບັນ­ຈຸ​ສິບ​ບາດ ເພາະ​ສິບ​ບາດ​ເທົ່າ​ກັບ​ໂຮ​ເມ
15 ແກະ​ຝູງ​ສອງ​ຮ້ອຍ​ໂຕ​ກໍ​ໃຫ້​ຖວາຍ​ໂຕ​ໜຶ່ງ ຈາກ​ທົ່ງ​ລ້ຽງ­ສັດ​ອັນ​ອຸ­ດົມ​ຂອງ​ອິສຣາເອນ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ວ່າ ນີ້­ແຫລະ​ເປັນ​ເຄື່ອງ​ຖວາຍ​ສຳ­ລັບ​ເຄື່ອງ­ບູ­ຊາ​ພືດ​ຜົນ​ເປັນ​ເມັດ ເຄື່ອງ​ເຜົາ​ບູ­ຊາ ແລະ​ເຄື່ອງ­ບູ­ຊາ​ເພື່ອ​ຄວາມ​ສາ­ມັກ­ຄີ­ທຳ ເພື່ອ​ເຮັດ­ການ​ລຶບ­ລ້າງ​ມົນ­ທິນ​ໃຫ້​ພວກ­ເຂົາ​ທັງ­ຫລາຍ