lo_ezk_text_ulb_l3/44/06.txt

3 lines
2.0 KiB
Plaintext

ແລ້ວ​ຈົ່ງ​ບອກ​ແກ່​ເຊື້ອ­ສາຍ​ທີ່​ມັກ​ກະ­ບົດ ຄື​ເຊື້ອ­ສາຍ​ອິສຣາເອນ​ວ່າ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ­ນີ້​ວ່າ ໂອ ເຊື້ອ­ສາຍ​ອິສຣາເອນ​ເອີຍ ຂໍ​ໃຫ້­ການ​ອັນ​ໜ້າ​ກຽດ­ຊັງ​ທັງ​ໝົດ​ຂອງ​ເຈົ້າ​ສິ້ນ­ສຸດ​ເຖີດ
7 ຄື​ການ​ຍິນ​ຍອມ​ໃຫ້​ຄົນ​ຕ່າງ­ດ້າວ​ທີ່​ບໍ່­ໄດ້­ເຂົ້າ​ພິ­ທີ­ຕັດ​ທາງ​ຈິດ­ໃຈ ແລະ​ເນື້ອ​ໜັງ​ເຂົ້າ​ມາ​ໃນ​ສະ­ຖານ­ທີ່​ບໍ­ລິ­ສຸດ​ຂອງ​ເຮົາ ເຮັດ­ໃຫ້​ສະ­ຖານ­ທີ່​ນັ້ນ​ມົວ​ໝອງ ຄື​ພຣະ­ວິ­ຫານ​ຂອງ​ເຮົາ ໃນ​ເມື່ອ​ເຈົ້າ​ຖວາຍ​ອາ­ຫານ​ຂອງ​ເຮົາ​ແກ່​ເຮົາ ຄື​ໄຂ­ມັນ ແລະ​ເລືອດ ເຈົ້າ​ໄດ້​ທຳ­ລາຍ​ຄຳ­ໝັ້ນ­ສັນ­ຍາ​ຂອງ​ເຮົາ​ດ້ວຍ​ການ​ອັນ​ໜ້າ​ກຽດ­ຊັງ​ທັງ​ໝົດ​ຂອງ​ເຈົ້າ
8 ແລະ​ເຈົ້າ​ບໍ່­ໄດ້​ດູ­ແລ­ຮັກ­ສາ​ສິ່ງ​ບໍ­ລິ­ສຸດ​ຂອງ​ເຮົາ ແຕ່​ເຈົ້າ​ໄດ້​ຕັ້ງ​ຄົນ​ເຝົ້າ​ໃຫ້​ດູ­ແລ­ຮັກ­ສາ​ຢູ່­ໃນ​ສະ­ຖານ­ທີ່​ບໍ­ລິ­ສຸດ​ຂອງ​ເຮົາ ເພື່ອ​ປະ­ໂຫຍດ​ແກ່​ຕົວ​ເຈົ້າ​ເອງ