lo_ezk_text_ulb_l3/43/10.txt

2 lines
1.6 KiB
Plaintext

\v 10 \v 11 ບຸດ​ແຫ່ງ​ມະ­ນຸດ​ເອີຍ ເຈົ້າ​ຈົ່ງ​ບັນ­ລະ­ຍາຍ​ແກ່​ເຊື້ອ­ສາຍ​ອິສຣາເອນ​ໃຫ້​ຮູ້​ເຖິງ​ພຣະ­ວິ­ຫານ ເພື່ອ​ວ່າ​ພວກ­ເຂົາ​ຈະ​ໄດ້​ອັບ­ອາຍ​ໃນ​ເລື່ອງ​ຄວາມ​ຊົ່ວ­ຊ້າ​ຂອງ­ຕົນ ແລະ​ໃຫ້​ພວກ­ເຂົາ​ທັງ­ຫລາຍ​ວັດ­ແທກ​ແບບ­ແຜນ
11 ແລະ​ຖ້າ​ພວກ­ເຂົາ​ອັບ­ອາຍ​ໃນ​ສິ່ງ​ທັງ­ຫລາຍ​ທີ່​ຕົນ​ເຮັດ​ມາ​ແລ້ວ ຈົ່ງ​ສະ­ແດງ​ພາບ​ແຜນ­ຜັງ​ທາງ​ອອກ​ທາງ​ເຂົ້າ ແລະ​ລັກ­ສະ­ນະ​ທັງ​ໝົດ​ຂອງ​ພຣະ­ວິ­ຫານ​ນັ້ນ ແລະ​ຈົ່ງ​ໃຫ້​ພວກ­ເຂົາ​ຮູ້​ເຖິງ​ກົດ­ເກນ ລັກ­ສະ­ນະ ແລະ​ກົດ​ທັງ​ໝົດ​ຂອງ​ພຣະ­ວິ­ຫານ ຈົ່ງ​ຂຽນ​ລົງ​ໄວ້​ຕໍ່­ໜ້າ­ຕໍ່­ຕາ​ຂອງ​ພວກ­ເຂົາ ເພື່ອ​ພວກ­ເຂົາ​ຈະ​ໄດ້​ຮັກ­ສາ​ລັກ­ສະ­ນະ ແລະ​ກົດ­ເກນ​ທັງ​ໝົດ​ຂອງ​ພຣະ­ວິ­ຫານ ແລະ​ປະ­ຕິ­ບັດ​ຕາມ