lo_ezk_text_ulb_l3/40/05.txt

3 lines
1.8 KiB
Plaintext

\v 5 \v 6 \v 7 ບິ່ງ​ແມ ມີ​ກຳ­ແພງ​ອ້ອມ​ຢູ່​ຮອບ​ບໍ­ລິ­ເວນ​ນອກ​ຂອງ​ພຣະ­ວິ­ຫານ ແລະ​ໃນ​ມື​ຂອງ​ຊາຍ​ຜູ້­ນັ້ນ ມີ​ໄມ້​ວັດ­ແທກ​ຍາວ​ຫົກ​ສອກ ແຕ່­ລະ​ສອກ​ຍາວ​ເທົ່າ​ກັບ​ສອກ­ຄືບ ດັ່ງ­ນັ້ນ ເພິ່ນ​ຈຶ່ງ​ວັດ­ແທກ​ຄວາມ​ຫນາ​ຂອງ​ກຳ­ແພງ​ໄດ້​ຫນຶ່ງ​ໄມ້​ວັດ­ແທກ ແລະ​ຄວາມ​ສູງ​ໄດ້​ຫນຶ່ງ​ໄມ້​ວັດ­ແທກ
6 ແລ້ວ​ເພິ່ນ​ເຂົ້າ­ໄປ​ຕາມ​ຫໍ​ປະ­ຕູ​ຊຶ່ງ​ຫັນ​ຫນ້າ​ໄປ​ທາງ​ທິດ­ຕາ­ເວັນ­ອອກ​ຂຶ້ນ​ໄປ​ຕາມ​ຂັ້ນ­ໄດ ແລະ​ວັດ­ແທກ​ທາງ​ເຂົ້າ​ປະ­ຕູ​ໄດ້​ເລິກ​ຫນຶ່ງ​ໄມ້​ວັດ­ແທກ ແລະ​ອີກ​ທາງ​ເຂົ້າ​ຫນຶ່ງ​ໄດ້​ເລິກ​ຫນຶ່ງ​ໄມ້​ວັດ­ແທກ
7 ຫ້ອງ​ຍາມ​ຍາວ​ຫນຶ່ງ​ໄມ້​ວັດ­ແທກ ແລະ​ກວ້າງ​ຫນຶ່ງ​ໄມ້​ວັດ­ແທກ ບ່ອນ​ວ່າງ​ລະ­ຫວ່າງ​ຫ້ອງ​ຍາມ​ເຫລົ່າ­ນັ້ນ ຍາວ​ຫ້າ​ສອກ ແລະ​ທາງ​ເຂົ້າ​ປະ­ຕູ​ທີ່­ຢູ່​ແຄມ​ລະ­ບຽງ​ຫໍ​ປະ­ຕູ​ຕອນ​ປາຍ​ຊັ້ນ​ໃນ​ໄດ້​ຫນຶ່ງ​ໄມ້​ວັດ­ແທກ