lo_ezk_text_ulb_l3/37/21.txt

1 line
2.1 KiB
Plaintext

\v 21 ຈົ່ງປະກາດກັບພວກເຂົາວ່າ, 'ພຣະຢາເວອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ເບິ່ງແມ! ເຮົາຈະນຳເອົາຄົນ​ອິດສະຣາເອນ​ອອກ­ຈາກທ່າມກາງບັນດາ​ຊົນ­ຊາດ​ທີ່​ພວກ­ເຂົາ​ອາ­ໄສ​ຢູ່ດ້ວຍນັ້ນ ແລະຈະ​ເຕົ້າ­ໂຮມ​ພວກ­ເຂົາຈາກຮອບດ້ານ ແລ້ວນຳພວກເຂົາມາຍັງ​ແຜ່ນ­ດິນ​ຂອງ​ພວກເຂົາ​. \v 22 ເຮົາຈະ​ເຮັດ​ໃຫ້ພວກເຂົາເປັນ​ຊົນ­ຊາດ​ດຽວໃນແຜ່ນດິນນັ້ນທີ່ຢູ່­ໃນ​ພູ​ທັງ­ຫລາຍ​ຂອງ​ອິດສະຣາເອນ ແລະທີ່ນັ້ນຈະ​ມີ​ກະ­ສັດ​ອົງ​ດຽວ​ເປັນ​ປະ­ມຸກເຫນືອພວກເຂົາທັງຫມົດ. ພວກເຂົາ​ຈະ​ບໍ່​ຖືກ​ແບ່ງ​ອອກ​ເປັນ​ສອງ​ອາ­ນາ­ຈັກ​ອີກ​ຕໍ່ໄປ. \v 23 ແລ້ວພວກ­ເຂົາ​ຈະ​ບໍ່ເຮັດຕົວຂອງພວກເຂົາໃຫ້ເປັນ​ມົນ­ທິນດ້ວຍ​ຮູບ​ເຄົາ­ລົບ, ຫລື​ການ­ເຮັດ​ບາບທຸກຢ່າງຂອງພວກເຂົາອີກຕໍ່ໄປ. ແຕ່ເຮົາ​ຈະ​ຊ່ອຍ​​ພວກ­ເຂົາໃຫ້​ພົ້ນ​ຈາກ​ການ­ເຮັດທີ່ບໍ່ສັດຊື່ທີ່ພວກເຂົາໄດ້ເຮັດບາບ ແລະເຮົາຈະຊຳລະພວກເຂົາ. ດັ່ງນັ້ນ ພວກເຂົາຈະເປັນປະຊາຊົນຂອງເຮົາ ແລະ ເຮົາຈະເປັນພຣະເຈົ້າຂອງພວກເຂົາ.