lo_ezk_text_ulb_l3/37/11.txt

1 line
1.3 KiB
Plaintext

\v 11 ແລ້ວພຣະຢາເວໄດ້ຊົງກ່າວກັບຂ້ານ້ອຍ​ວ່າ, “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ກະ­ດູກ​ເຫລົ່າ​ນີ້ ຄືປະຊາຊົນ​ອິດສະຣາເອນ​ທັງຫມົດ. ເບິ່ງແມ! ພວກເຂົາກ່າວວ່າ, 'ກະດູກຂອງພວກເຮົາແຫ້ງ ແລະ ​ຄວາມ​ຫວັງຂອງພວກເຮົາກໍຫມົດສີ້ນ. ພວກເຮົາໄດ້ຖືກທຳລາຍເສຍຫມົດ. \v 12 ເພາະສະນັ້ນ, ຈົ່ງ​ປະ­ກາດ​ພຣະ­ຄຳ ແລະກ່າວແກ່ພວກເຂົາວ່າ, ' ພຣະຢາເວອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ເບິ່ງແມ! ປະຊາຊົນຊົນຂອງເຮົາເອີຍ, ເຮົາຈະ​ໄຂ​ຂຸມ​ຝັງ​ສົບຂອງ​ພວກ­ເຂົາ​ທັງຫລາຍອອກມາຈາກຂຸມຝັງສົບຂອງພວກເຈົ້າ ແລະຈະນຳພວກເຈົ້າກັບມາຍັງ​ແຜ່ນ­ດິນ​ອິດສະຣາເອນ.