1 line
1.6 KiB
Plaintext
1 line
1.6 KiB
Plaintext
\v 19 ເຮົາໄດ້ກະຈັດກະຈາຍພວກເຂົາໄປທ່າມກາງບັນດາປະຊາຊາດ. ພວກເຂົາໄດ້ກະຈັດກະຈາຍໄປຕາມດິນແດນຕ່າງໆ. ເຮົາໄດ້ພິພາກສາພວກເຂົາຕາມວິທີທາງ ແລະການກະທຳຂອງພວກເຂົາເອງ. \v 20 ແລ້ວພວກເຂົາໄປຍັງບັນດາປະຊາຊາດ ບໍ່ວ່າໄປເຖິງບ່ອນໃດກໍຕາມ, ພວກເຂົາໄດ້ເຮັດໃຫ້ນາມບໍຣິສຸດຂອງເຮົາເສື່ອມເສຍກຽດ ເພາະຄົນໄດ້ເວົ້າເຖິງພວກເຂົາວ່າ, “ຄົນເຫລົ່ານີ້ເປັນປະຊາກອນຂອງພຣະຢາເວແທ້ບໍ? ເຖິງແມ່ນວ່າ ເຂົາຍັງຕ້ອງອອກໄປຈາກແຜ່ນດິນຂອງພຣະອົງ?” \v 21 ແຕ່ເຮົາຍັງເປັນຫ່ວງນາມບໍຣິສຸດຂອງເຮົາ ຊຶ່ງປະຊາຊົນອິດສະຣາເອນເຮັດໃຫ້ເສື່ອມເສຍກຽດທ່າມກາງປະຊາຊາດທີ່ພວກເຂົາໄດ້ໄປນັ້ນ. |