lo_ezk_text_ulb_l3/36/04.txt

1 line
2.7 KiB
Plaintext
Raw Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 4 ເພາະສະນັ້ນ, ​ພູ​ທັງ­ຫລາຍ​ແຫ່ງ​ອິດສະຣາເອນ​ເອີຍ,ຈົ່ງຟັງ ​ພຣະຄຳຂອງ​ພຣະຢາເວອົງພຣະຜູ້ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້ວ່າ: ແກ່​ຫົວ​ພູ​ ແລະ​ເນີນພູເຂົາ, ຫ້ວຍ­ ແລະພູເຂົາ ກັບທີ່​ຖືກ​ປະ­ຮ້າງ ທີ່ບໍ່ມີຄົນອາໃສທັງບັນດາເມືອງທິ່ຢູ້ຄົນ ແລະ​ຖິ້ມ ຊຶ່ງໄດ້ກາຍເປັນ ອັນ​ເປັນ​ທີ່​ເຍາະ­ເຍີ້ຍ ແລະ​ນິນ­ທາ​ຈາກ​ປະ­ຊາ­ຊາດ​ທັງ­ປວງ​ທີ່​ເຫລືອຊຶ່ງຢູ່ຮອບໆ​ພວກ­ເຂົາ​. \v 5 ເພາະ­ສະ­ນັ້ນ, ພຣະຢາເວອົງພຣະຜູ້ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້ວ່າ: ເຮົາໄດ້ກ່າວດ້ວຍໄຟ​ຄວາມ​ຫວງ​ແຫນ​​ຂອງ​ເຮົາຕໍ່ສູ້ປະຊາດທີ່ເຫລືອ ແລະ​ແກ່​ເອ­ໂດມ ແລະຄົນທັງປວງ ຊຶ່ງເອົາ​ແຜ່ນ­ດິນ​ຂອງ​ເຮົາໄປ​ເປັນ​ກຳ­ມະ­ສິດ​ດ້ວຍຂອງພວກເຂົາເອງ, ແລະຕໍ່ຜູ້ທີ່ມີ​ຄວາມລະເລີງ­ຢ່າງ​ເຕັມຫົວ​ໃຈ ແລະ​ມີຄວາມມຸ້ງຮ້າຍໃນໃຈ, ເມື່ອເຂົາໄດ້ຢືດດິນແດນຂອງເຮົາໄວ້ໃນທົ່ງຫຍ້າສຳລັບພວກເຂົາເອງ​. \v 6 ເພາະ­ສະ­ນັ້ນ, ຈົ່ງ​ປະກາດພຣະຄຳຕໍ່​ແຜ່ນ­ດິນ​ອິດສະຣາເອນ ແລະພວກເຈົ້າຈົ່ງກ່າວ​ແກ່ຫົວ​ພູ​ ແລະ​ເນີນພູເຂົາ, ຫ້ວຍ­ ແລະພູເຂົາ, ພຣະຢາເວອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: “ເບິ່ງ​ແມ! ເຮົາກ່າວດ້ວຍ​ຄວາມ​ຫວງ​ແຫນ ແລະ​ຄວາມ​ໂກດຂອງເຮົາ, ເຮົາຈະປະກາດວ່າ ເພາະ​ພວກເຈົ້າ​ໄດ້​ທົນ​ຮັບ​ຄວາມ​ອັບ­ອາຍ​ຂາຍ­ຫນ້າ​ຈາກ​ປະຊາຊາດ.