lo_ezk_text_ulb_l3/36/32.txt

1 line
1.4 KiB
Plaintext

\v 32 ທີ່ເຮົາເຮັດເຊັ່ນນີ້, ບໍ່ແມ່ນເພາະເຫັນແກ່ພວກເຈົ້າ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງພຣະຜູ້ເປັນເຈົ້າ — ໃຫ້ສິ່ງເຫລົ່ານີ້ເປັນທີ່ຮັບຮູ້ແກ່ເຈົ້າ. ຈົ່ງອັບອາຍ ແລະຂາຍຫນ້າດ້ວຍວິທີທາງທັງຫລາຍຂອງພວກເຈົ້າ. \v 33 ພຣະຢາເວ ອົງພຣະຜູ້ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້ວ່າ: ໃນວັນທີ່ເຮົາຊໍາລະ​ພວກເຈົ້າຈາກຄວາມຜິດບາບ​ທັງຫມົດຂອງພວກເຈົ້ານັ້ນ, ເຮົາຈະເຮັດໃຫ້​ເມືອງທັງຫລາຍມີຄົນ​ອາ­ໄສ​ຢູ່­ ແລະ ຊາກຫັກພັງຈະຖືກສ້າງຂື້ນ. \v 34 ເພາະພວກເຈົ້າຈະໄຖແຜ່ນດິນທີ່ຮົກຮ້າງ ຈົນກວ່າຈະບໍ່ເປັນທີ່ຮ້າງເປົ່າເຊັ່ນທີ່ເຄີຍປາກົດແກ່ສາຍຕາຍຂອງຜູ້ຜ່ານໄປມາ.