lo_ezk_text_ulb_l3/47/15.txt

1 line
1.4 KiB
Plaintext

\v 15 ​ນີ້​ເປັນ​ເຂດ­ແດນ​ຂອງ​ແຜ່ນ­ດິນ​ນີ້ ທາງ​ທິດ­ເຫນືອ​ຈາກ​ທະ­ເລ​ໃຫຍ່​ໄປ​ຕາມ​ທາງ​ເມືອງ​ເຮດ­ໂລນ ແລະ​ຕໍ່­ໄປ​ຮອດ​ເມືອງ​ເຊ­ດາດ. \v 16 ແລ້ວເຂດແດນຈະໄປຍັງເມືອງ​ເບ­ໂຣ­ທາເຖິງເມືອງ​ສິບ­ຣາ­ຢິມ ຊຶ່ງ​ຢູ່​ລະ­ຫວ່າງ​ເຂດ­ແດນ​ເມືອງ​ດາ­ມາ­ເຊ​ກັບ​ເຂດ­ແດນ​ເມືອງ​ຮຳ­ມາດ ຈົນ​ຮອດ​ເມືອງ​ຮຳ­ມາດ ຮາ­ເຊີ-ຮັດ­ຕິ­ໂກນຊຶ່ງ​ຢູ່​ທີ່​ເຂດ­ແດນ​ເມືອງ​ຮາ­ອູ­ຣານ. \v 17 ດັ່ງ­ນັ້ນ ເຂດ­ແດນ​ຈະ​ຍາວ​ຈາກ​ທະ­ເລ​ເຖິງ​ເມືອງ​ຮາ­ຊາ-ເອ­ໂນນ ຊຶ່ງ​ຢູ່​ທີ່​ເຂດ­ແດນ​ທາງ​ເຫນືອ​ຂອງ​ເມືອງ​ດາ­ມາ­ເຊ ແລະເມືອງ​ຮຳ­ມາດທາງ​ທິດ­ເຫນືອ​. ອັນ​ນີ້​ເປັນ​ແດນ​ທາງ​ເຫນືອ.