lo_ezk_text_ulb_l3/40/46.txt

1 line
1.0 KiB
Plaintext

\v 46 ແລະ​ຫ້ອງ​ທີ່​ຫັນ​ຫນ້າ​ໄປ​ທາງທິດ​ເຫນືອ​ ແມ່ນ​ສຳ­ລັບບັນດາ​ປະ­ໂລ­ຫິດ​ຜູ້​ເບິ່ງ­ແຍງ​ແທ່ນ​ບູ­ຊາ. ຄົນເຫລົ່ານີ້ເປັນບັນດາ​ລູກ­ຊາຍ​ຂອງ​ຊາ­ໂດກ ທີ່ເຂົ້າໃກ້ພຣະຢາເວ ​ເພື່ອ­ຈະ​ບົວ­ລະ­ບັດ​ພຣະ­ອົງ; ໃນ​ບັນ­ດາ​ວົງວານ​ຂອງ​ເລ­ວີ ກໍມີພວກເຂົາ. \v 47 ແລະ​ເຂົາ​ກໍ​ວັດ­ແທກ​ເດີ່ນ​ໄດ້​ຍາວຫນຶ່ງ​ຮ້ອຍ​ສອກ ແລະກວ້າງ​ຫນຶ່ງ​ຮ້ອຍ​ສອກ ​ເປັນ​ສີ່​ຫລ່ຽມ​ຈັດ​ຕຸ​ລັດ, ພ້ອມທັງ​ແທ່ນ​ບູ­ຊາ​ຢູ່​ຕໍ່­ຫນ້າ​ພຣະ­ວິ­ຫານ.