lo_ezk_text_ulb_l3/39/14.txt

1 line
1.7 KiB
Plaintext

\v 14 ແລ້ວພວກ­ເຂົາ​ທັງ­ຫລາຍ​ຈະ​ຕັ້ງ​ຄົນສຳຫລວດທົ່ວແຜ່ນດິນ ແລະຄົ້ນຫາຄົນເຫລົ່ານັ້ນທີ່​ຍ່າງ​ຜ່ານ­ໄປ​ມາຢ່າງຕໍ່ເນື່ອງ. ສ່ວນຄົນທີ່ຕາຍ ແລະຮ່າງຂອງພວກເຂົາຍັງເປັນສົບ​ຝັງ​​ເທິງ​ພື້ນ​ແຜ່ນ­ດິນນັ້ນ. ແລ້ວພວກເຂົາຈະຝັງສົບເຫລົ່ານັ້ນ ເພື່ອ­ຈະ​ເຮັດ­ໃຫ້​ແຜ່ນ­ດິນ​ສະ­ອາດ. ພວກ­ເຂົາ​ຈະເລີ່ມຕົ້ນ​ອອກ​ສຳລຫວດຕັ້ງແຕ່ປາຍເດືອນທີ່ເຈັດ. \v 15 ເມື່ອ​ຄົນ​ເຫລົ່າ­ນັ້ນ​ຍ່າງຜ່ານ­ໄປ​ມາ​ໃນ​ແຜ່ນ­ດິນ, ຖ້າພວກເຂົາເຫັນ​ກະ­ດູກ​ຄົນ, ພວກ­ເຂົາ​ຈະ​ເອົາ​ເຄື່ອງ­ຫມາຍ​ປັກ​ໄວ້​ຂ້າງ​ກະ­ດູກ​ນັ້ນ ຈົນ​ກວ່າ​ຄົນ​ຝັງ​ຈະ​ມາ ແລະ​ຝັງ​ກະດູກນັ້ນ​ໄວ້​ໃນ​ພູ­ເຂົາ​ຮາ­ໂມນ-ໂຄກ. \v 16 ທີ່ນັ້ນມີເມືອງ​ຫນຶ່ງ​ຊື່ ຮາ­ໂມ­ນາ. ພວກເຂົາຈະເຮັດໃຫ້​ແຜ່ນ­ດິນ​ສະ­ອາດດ້ວຍວິທີເຊັ່ນນີ້ແຫລະ.