lo_ezk_text_ulb_l3/39/09.txt

1 line
1.5 KiB
Plaintext

\v 9 ຜູ້ຄົນ​ເຫລົ່າ­ນັ້ນ​ທີ່​ອາ­ໄສ​ຢູ່­ໃນ​ບັນ­ດາເມືອງຕ່າງໆຂອງ​ອິດສະຣາເອນ​ຈະ​ອອກ​ໄປ ແລະພວກເຂົາ​ຈະໃຊ້ອາວຸດ ເພື່ອຈຸດໄຟ ແລະສຸມ​ໃສ່­ ແລະເຜົາເຄື່ອງ​ອາ­ວຸດ​ ຄື​ ໂລ່ນ້ອນ, ໂລ່ໃຫ່ຍ, ຄັນ​ທະ­ນູ, ​ລູກ​ທະ­ນູ, ​ໄມ້­ຄ້ອນ ແລະຫອກ​ຍາວ; ພວກ­ເຂົາ​ຈະ​ເອົາພວກມັນເຜົາ​ໄຟ​​ເປັນ​ເວ­ລາ​ເຈັດ​ປີ. \v 10 ເພາະ­ສະ­ນັ້ນ ພວກ­ເຂົາ​ບໍ່​ຈຳ­ເປັນ​ຈະ​ຕ້ອງ​ເອົາ​ຟືນ​ມາ​ຈາກ​ທົ່ງ­ນາ ຫລື​ຕັດ​ຟືນ​ມາ​ຈາກ​ປ່າ, ເພາະ​ພວກ­ເຂົາ​ຈະ​ກໍ່​ໄຟ​ດ້ວຍ​ເຄື່ອງ​ອາ­ວຸດ ແລະ​ພວກ­ເຂົາ​ທັງ­ຫລາຍ​ຈະ​ຍາດ​ຊີງ​ເອົາ​ຜູ້​ທີ່​ຍາດ​ຊີງ​ພວກ­ເຂົາ ແລະ​ຈະ​ປຸ້ນ​ຜູ້​ທີ່​ປຸ້ນ​ພວກ­ເຂົາ- ນີ້ເປັນຄຳະກາດຂອງພຣະຢາເວອົງພຮະຜູ້ເປັນເຈົ້າ."