lo_ezk_text_ulb_l3/37/15.txt

1 line
1.2 KiB
Plaintext

\v 15 ແລ້ວພຣະຄໍາຂອງພຣະຢາເວ​ຊົງກ່າວ​ຂ້ານ້ອຍ​ວ່າ, \v 16 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ບັດນີ້ ເຈົ້າຈົງເອົາໄມ້​ລຳ​ຫນຶ່ງ​ສຳລັບເຈົາເອງ ແລະ​ຂຽນ​ລົງ​ວ່າ' ສຳລັບ​ຢູ­ດາ ແລະສຳລັບປະຊາຊາຊົນອິດສະຣາເອນ ຊຶ່ງເປັນສະຫາຍຂອງພວກເຂົາ' ແລ້ວຈົງເອົາ​ໄມ້ມາອີກ​ລຳ​ຫນຶ່ງ​ ແລະ​ຂຽນລົງວ່າ' ສຳລັບໂຍເຊບ ກິ່ງຂອງເອຟຣາອິມ ແລະສຳລັບປະຊາຊົນອິດສະຣາເອນທັງຫມົດ ຊຶ່ງເປັນສະຫາຍຂອງພວກເຂົາ' \v 17 ຈົ່ງນຳໄມ້ທັງສອງລວມເຂົ້າເປັນອັນດຽວ ເພື່ອວ່າໄມ້ທັງສອງກາຍເປັນໄມ້ອັນດຽວໃນມືຂອງເຈົ້າ.