lo_ezk_text_ulb_l3/36/10.txt

1 line
2.0 KiB
Plaintext

\v 10 ດັ່ງນັ້ນ ພວກເຈົ້າພູທັງຫລາຍເອີຍ, ເຮົາ​ຈະ​ຂະຫຍາຍຈຳນວນຜູ້ຊາຍທັງຫລາຍ​ໃຫ້​ແກ່​ເຊື້ອ­ສາຍຂອງ​ອິດສະຣາເອນ, ​ທັງຫມົດຂອງພວກເຂົາ. ເມືອງທັງຫລາຍຈະເປັນບ່ອນພັກພາ​ອາ​ໄສ​ຂອງຄົນ ແລະ ​ສະ­ຖານ­ທີ່​ອັນ​ຮ້າງ​ເປົ່າ​ຈະ​ຖືກ​ສ້າງ​ຂຶ້ນ​​ໃຫມ່. \v 11 ເຮົາ​ຈະຂະຫຍາຍຈຳບາບ​ຄົນ ແລະ ​ສັດທັງຫລາຍທີ່ຢູ່ເທິງພູທັງຫລາຍ ເພື່ອພວກເຈົ້າເພີ່ມພູນຂື້ນ ແລະ ຈະ​ອອກ​ແມ່​ແຜ່​ລູກ. ແລ້ວ​ເຮົາຈະເປັນເຫດໃຫ້ພວກເຈົ້າມີທີ່ພັກພາອາໄສຫລາຍກວ່າໃນອະດີດ, ແລະ ເຮັດໃຫ້ພວກເຈົ້າຮຸ່ງເຮືອງຫລາຍກວ່າແຕ່ກ່ອນ, ເພື່ອພວກເຈົ້າ ຈະຮູ້ວ່າ ເຮົາແມ່ນ​​ພຣະຢາເວ. \v 12 ເຮົາ​ຈະ­ນຳພາບັນດາຜູ້ຊາຍມາ, ຄື​ອິດສຣະາເອນໄພ່ພົນຂອງ​ເຮົາ. ​ພວກ­ເຂົາ​ຈະ​ເປັນ​ເປັນ​ກຳ­ມະ­ສິດຂອງເຈົ້າ, ແລະ ພວກ​ເຈົ້າ​ກໍ​ຈະ​ກາຍ­ເປັນ​ມໍ­ລະ­ດົກ​ຂອງ​ພວກ­ເຂົາ, ແລະ ເຈົ້າ​ຈະ​ບໍ່ເປັນເຫດເຮັດໃຫ້​ລູກຫລານ​ຂອງ​ພວກ­ເຂົາຕ້ອງຕາຍອີກ​ໄປ​ອີກ.