lo_ezk_text_ulb_l3/35/04.txt

1 line
1.5 KiB
Plaintext
Raw Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 4 ເຮົາ​ຈະ­ໃຫ້​​ເມືອງທັງຫລາຍ​ຂອງ​ເຈົ້າ​ເປັນຊາກຫັກພັງ, ແລະ​ເຈົ້າ​ຈະ​ເປັນ​ບ່ອນຮົກຮ້າງວ່າງເປົ່າ; ແລ້ວເຈົ້າ​ຈະ​ຮູ້­ວ່າ ​ເຮົາ​ແມ່ນ​ພຣະ­ຢາເວ. \v 5 ເພາະເຈົ້າໄດ້ເປັນສັດຕູຕໍ່ຊົນຊາດອິດສະຣາເອນ, ແລະ ເພາະເຈົ້າໄດ້ຖອກເທພວກເຂົາໄວ້ໃຫ້ແກ່ມືທັງຫລາຍທີ່ຖືດາບໃນ​ຍາມແຫ່ງ​ຄວາມ­ທຸກ​ລຳ­ບາກ, ໃນ​ຍາມ​ທີ່ການລົງໂທດທີ່ໃຫຍ່ຍິ່ງຂອງພວກເຂົາ. \v 6 ເພາະສະນັ້ນ, ຢ່າງທີ່ເຮົາມີຊີວິດຢູ່ສັນນໃດ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງ­ພຣະ­ຜູ້­ເປັນ — ເຮົາ​ຈະຕຽມເຈົ້າສຳລັບການນອງເລືອດ, ແລະດ້ວຍນອງ​ເລືອດນີ້ຈະ​ໄລ່ນຳເຈົ້າ! ເພາະ​ເຈົ້າ​ບໍ່­ໄດ້​ກຽດ­ຊັງ​ການນອງເລືອດ, ການນອງເລືອດ​ຈະ​ໄລ່ນຳ​ເຈົ້າ​ໄປສັນນັ້ນ.