1 line
1.7 KiB
Plaintext
1 line
1.7 KiB
Plaintext
\v 8 ດັ່ງນັ້ນ ພຣະຢາເວ ອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ເບິ່ງແມ໋! ເຮົາຈະນຳດາບມາຕໍ່ສູ້ເຫນືອເຈົ້າ. ເຮົາຈະຕັດທັງມະນຸດ ແລະ ສັດໃຫ້ຂາດຈາກເຈົ້າ. \v 9 ດັ່ງນັ້ນ ແຜ່ນດິນເອຢິບຈະເປັນບ່ອນຮ້າງເປົ່າ ແລະ ເປັນຊາກທີ່ເພພັງ. ແລ້ວພວກເຂົາທັງຫລາຍຈະຮູ້ວ່າ ເຮົາແມ່ນພຣະຢາເວ, ເພາະສັດຮ້ານໃນທະເລໄດ້ກ່າວວ່າ, "ແມ່ນ້ຳນີ້ເປັນຂອງເຮົາ ເພາະເຮົາສ້າງມັນຂື້ນມາ." \v 10 ເຫດສະນັ້ນ, ເບິ່ງແມ໋! ເຮົາຈະຕໍ່ສູ້ເຈົ້າ ແລະ ຕໍ່ສູ້ກັບແມ່ນ້ຳທັງຫລາຍຂອງເຈົ້າ, ດັ່ງນັ້ນ ເຮົາຈະເຮັດໃຫ້ແຜ່ນດິນເອຢິບຮົກຮ້າງ ແລະ ເປົ່າວ່າງ, ແລະ ເຈົ້າຈະກາຍເປັນແຜ່ນດິນຮ້າງເປົ່າ ຕັ້ງແຕ່ມິກໂດນໄປຮອດສີເອເນ ແລະ ຈົນໄປເຖິງເຂດແດນຂອງຄູ. |