1 line
1.5 KiB
Plaintext
1 line
1.5 KiB
Plaintext
\c 28 \v 1 ແລ້ວພຣະຄຳຂອງພຣະຢາເວມາເຖິງຂ້ານ້ອຍ, ກ່າວວ່າ, \v 2 “ບຸດແຫ່ງມະນຸດເອີຍ, ຈົ່ງກ່າວແກ່ເຈົ້າເມືອງຕີເຣວ່າ, 'ພຣະຢາເວ ອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ເພາະຈິດໃຈຂອງເຈົ້າອວດອົ່ງຈອງຫອງຂຶ້ນ! ເຈົ້າໄດ້ເວົ້າວ່າ, “ເຮົາເປັນເທບພະເຈົ້າ! ເຮົາຈະນັ່ງຢູ່ໃນບ່ອນນັ່ງຂອງບັນດາເທບພະເຈົ້າທັງຫລາຍຢູ່ໃຈກາງທະເລທັງປວງ!" ແຕ່ວ່າເຈົ້າເປັນພຽງແຕ່ມະນຸດ ແລະ ບໍ່ແມ່ນເທບພະເຈົ້າ, ແຕ່ເຈົ້າເຮັດໃຫ້ໃຈຂອງເຈົ້າຄືຫົວໃຈຂອງເທບພະເຈົ້າທັງຫລາຍ; \v 3 ເຈົ້າຄິດວ່າ ເຈົ້າສະຫລາດກວ່າດານີເອນ, ແລະ ບໍ່ມີຄວາມລັບອັນໃດທີ່ເຊື່ອງໃຫ້ພົ້ນຈາກເຈົ້າໄດ້! |