lo_ezk_text_ulb_l3/23/01.txt

1 line
1.4 KiB
Plaintext

\c 23 \v 1 ພຣະ­ຄຳ​ຂອງ​ພຣະ­ຢາເວ​ມາ​ເຖິງ​ຂ້າ­ນ້ອຍ​, ກ່າວວ່າ, \v 2 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ມີ​ຜູ້­ຍິງ​ສອງ​ຄົນ ເປັນ​ລູກ­ສາວ​ແມ່​ດຽວ​ກັນ. \v 3 ​ຂະເຈົ້າເຮັດຄືຍິງໂສເພນີໃນເອຢິບ ຕັ້ງ­ແຕ່​ຍັງ​ເປັນ​ຫນຸ່ມ. ​ຂະເຈົ້າເຮັດຄືຍິງໂສເພນີຢູ່ທີ່ນັ້ນ. ຫນ້າອົກຂອງພວກເຂົາ ຖືກບີບ ແລະ ຫົວນົມພົມມະຈາລີຂອງເຂົາຖືກລູບຄຳຢູ່ທີ່ນັ້ນ. \v 4 ຊື່ຂອງພວກເຂົາແມ່ນ ​ໂອ­ໂຮ­ລາ — ຜູ້ເອື້ອຍ — ແລະ​ ໂອ­ໂຮ­ລີ­ບາ — ຜູ້​ນ້ອງ­ສາວ. ທັງ​ສອງ​ຄົນໄດ້ກາຍມາ​ເປັນ​ຂອງເຮົາ ແລະໄດ້ເກີດລູກ­ຊາຍ ແລະ ລູກສາວ. ​ຊື່ຂອງພວກເຂົາມມີຄວາມຫມາຍວ່າ: ໂອ­ໂຮ­ລາ​ ຫມາຍເຖິງຊາ­ມາ­ເຣຍ, ແລະ ​ໂອ­ໂຮ­ລີ­ບາ​ຫມາຍເຖິງ ເຢ­ຣູ­ຊາ­ເລັມ.