1 line
1.6 KiB
Plaintext
1 line
1.6 KiB
Plaintext
\v 45 ແລ້ວ ພຣະຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້ານ້ອຍວ່າ, ກ່າວວ່າ, \v 46 “ບຸດແຫ່ງມະນຸດເອີຍ, ຈົ່ງມຸ້ງຫນ້າໄປດິນແດນທາງທິດໃຕ້ ແລະ ກ່າວໂທດຕໍ່ສູ້ທິດໃຕ້; ຈົ່ງປະກາດພຣະທຳຕໍ່ສູ້ເຂດແດນປ່າໄມ້ທີ່ຢູ່ໃນເນເກບ. \v 47 ຈົ່ງກ່າວແກ່ປ່າໄມ້ແຫ່ງເນເກບວ່າ, ' ນີ້ເປັນຄຳປະກາດຂອງພຣະຢາເວ — ອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ເບິ່ງແມ໋, ເຮົາຈະກໍ່ໄຟໄວ້ໃນທ່າມກາງເຈົ້າ. ເຮົາຈະເຜົາຜານຕົ້ນໄມ້ຂຽວ ແລະ ຕົ້ນໄມ້ແຫ້ງທຸກຕົ້ນທີ່ຢູ່ໃນທ່າມກາງເຈົ້າ. ແປວໄຟເຫລົ່ານີ້ ກໍຈະລຸກໄຫມ້ ແລະ ມອດບໍ່ເປັນ; ຫນ້າທຸກຫນ້າຕັ້ງແຕ່ທິດໃຕ້ຈົນເຖິງທິດເຫນືອຈະຖືກໄຟລວກ. |