1 line
1.6 KiB
Plaintext
1 line
1.6 KiB
Plaintext
\v 33 ເຮົາມີຊີວິດຢູ່ສັນໃດ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງພຣະຜູ້ເປັນເຈົ້າ — ເຮົາຈະປົກຄອງເຫນືອເຈົ້າດ້ວຍມືທີ່ມີຣິດອຳນາດຂອງເຮົາ, ຢຽດແຂນອອກ, ແລະຖອກເທຄວາມໂກດຮຮ້າຍລົງເຫນືຶອພວກເຈົ້າຢ່າງແນ່ນອນສັນນັ້ນ. \v 34 ເຮົາຈະນຳເຈົ້າອອກມາຈາກຊົນຊາດທັງຫລາຍ ແລະ ຈະຮວບຮວມເຈົ້າອອກມາຈາກປະເທດທັງປວງ ຊຶ່ງທີ່ເຈົ້າຖືກກະຈັດກະຈາຍໄປຢູ່ນັ້ນ. ເຮົາຈະເຮັດສິ່ງນີ້ດ້ວຍມືທີ່ມີຣິດອຳນາດ ແລະ ຖອກເທຄວາມໂກດຮ້າຍອອກມາ. \v 35 ແລ້ວເຮົາຈະນຳພວກເຈົ້າເຂົ້າໄປໃນຖິ່ນແຫ້ງແລ້ງກັນດານແຫ່ງຊົນຊາດທັງຫລາຍ ແລະ ໃນບ່ອນນັ້ນເຮົາຈະພິພາກສາເຈົ້າແບບຫນ້າຕໍ່ຫນ້າ. |