lo_ezk_text_ulb_l3/20/27.txt

1 line
2.2 KiB
Plaintext

\v 27 ເພາະ­ສະ­ນັ້ນ ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ເວົ້າ­ກັບ​ເຊື້ອ­ສາຍ​ອິດສະຣາເອນ ແລະ ​ກ່າວ​ແກ່​ພວກ­ເຂົາ​ວ່າ, 'ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງກ່າວ​ດັ່ງ­ນີ້​ວ່າ: ບັນ­ພະ­ບູ­ລຸດ​ຂອງ​ເຈົ້າ​ກໍ­ໄດ້​ຫມິ່ນ­ປະ­ຫມາດ​ເຮົາ​ອີກໃນເລື່ອງນີ້ດ້ວຍເມື່ອພວກເຂົາບໍ່ສັດຊື່ຕໍ່ເຮົາ. \v 28 ​ເມື່ອ​ພວກເຂົາເຂົ້າ​ມາ​ໃນ​ແຜ່ນ­ດິນ​ທີ່​ເຮົາ​ສັນຍາ​ວ່າ​ຈະ­ໃຫ້​ພວກ­ເຂົາ​ນັ້ນແລ້ວ, ແລະ ເມື່ອໃດທີ່​ພວກ­ເຂົາ​ໄດ້ເຫັນ​ເນີນ­ພູ​ສູງ​ ຫລື​ເຫັນ​ຕົ້ນ­ໄມ້​ໃບ​ດົກ​, ພວກ­ເຂົາ​​ໄດ້ຖວາຍ​ເຄື່ອງ­ບູ­ຊາ​, ພວກເຂົາໄດ້ເຮັດໃຫ້​ເຮົາໃຈຮ້າຍດ້ວຍເຄື່ອງຖວາຍບູຊາເຫລົ່ານັ້ນ, ແລະ ໃນບ່ອນນັ້ນ ພວກ­ເຂົາ​ກໍໄດ້ຖວາຍເຄື່ອງເຜົາບູຊາ ແລະ ເຂົາໄດ້ຖືກຖອກ​ເຄື່ອງ​ດື່ມ​ບູ­ຊາ​ອອກ​ໃນບ່ອນ­ນັ້ນ. \v 29 ແລ້ວເຮົາ​ໄດ້​ກ່າວກັບ​ພວກ­ເຂົາ​ວ່າ, "ສະ­ຖານ­ທີ່​ນະ­ມັດ­ສະ­ການ​ສູງ ​ຊຶ່ງເປັນບ່ອນທີ່​ເຈົ້ານຳເຄື່ອງຖວາຍ​ເຂົ້າ­ໄປ​ນັ້ນ​ຄື​ຫຍັງ?" ແລະ ​ພວກ­ເຂົາ​ຈຶ່ງ​ເອີ້ນ​ຊື່​ບ່ອນ­ນັ້ນ​ວ່າ ບາ­ມາ ມາ​ຈົນ​ເຖິງ​ມື້​ວັນ​ນີ້.'