lo_ezk_text_ulb_l3/23/43.txt

1 line
1.6 KiB
Plaintext

\v 43 ແລ້ວເຮົາ​ໄດ້​ກ່າວ​ເລື່ອງ​ນາງວ່າ ຜູ້​ທີ່​ເຂົາ​ໄດ້​ລ່ວງ­ປະ­ເວ­ນີ​, 'ບັດນີ້ ພວກ­ຊາຍເຫລົ່ານັ້ນຈະຍັງເຂົ້າຫານາງ ແລະ​ນາງກໍຈະຮ່ວມນອນພວກ​ເຂົາ​ຢູ່.' \v 44 ເພາະ​ພວກເຂົາ​ເຫລົ່າ­ນັ້ນ​ຍັງ​ເຂົ້າ​ມາ​ຫາ​ນາງ ແລະນອນກັບນາງ ເຫມືອນຢ່າງ​ຜູ້­ຊາຍ​ທີ່​ໄປນອນກັບຍິງ​ທີ່​ເປັນ​ໂສ­ເພ­ນີ. ດັ່ງ­ນັ້ນ ພວກ­ເຂົາ​ກໍ​ເຂົ້າ​ຫາ​ໂອ­ໂຮ­ລາ​ກັບ​ໂອ­ໂຮ­ລີ­ບາ​ຊຶ່ງ​ເປັນຜູ້​ຍິງຜິດສິນລະທຳ. \v 45 ແຕ່​ຄົນ​ຊອບ­ທຳ​ຈະ​ພິ­ພາກ­ສາ​ພວກນາງ​ດ້ວຍ​ຄຳ​ພິ­ພາກ­ສາ​ອັນ​ຄວນ​​ແກ່​ຍິງ​ຜູ້​ລ່ວງ­ປະ­ເວ­ນີ ແລະພວກເຂົາຈະ​ພິ­ພາກ­ສາພວກນາງ​ດ້ວຍຄຳພິພາກສາອັນ​ຄວນ​​ແກ່​ຍິງ​ຜູ້​ເຮັດ­ໃຫ້​ຄົນ​ເລືອດ​ຕົກ, ເພາະພວກ​ນາງ​ເປັນ​ຍິງ​ລ່ວງ­ປະ­ເວ­ນີ ແລະມຶຂອງພວກນາງ ກໍເປື້ອນ​ເລືອດ​.