lo_ezk_text_ulb_l3/23/08.txt

1 line
1.5 KiB
Plaintext

\v 8 ເພາະນາງ​ບໍ່­ໄດ້​ເລີກ​ຄວາມປະພຶດການຂາຍຕົວຕັ້ງແຕ່ການ​ຢູ່ໃນ​ເອ­ຢິບ, ​​ເມື່ອ​ຍັງ​ສາວ​ຢູ່​ຄົນ​ຫນຸ່ມ​ກໍ​ເຂົ້າ​ນອນ​ກັບ​ນາງ ​ແລະ​ພວກເຂົາຈັບ​ຕ້ອງຫນ້າ​ເອິກ​ພົມ­ມະ­ຈາ­ລີ​ຂອງ​ນາງ ແລະ​ຖອກ​ລາ­ຄະ​ຕັນ­ຫາ​ຂອງ​ເຂົາ​ໃຫ້​ແກ່​ນາງ \v 9 ເພາະ­ສະ­ນັ້ນ ເຮົາ​ຈຶ່ງ​ມອບ​ນາງ​ໃຫ້​ຕົກ​ຢູ່­ໃນ​ມື​ພວກ​ຄົນ​ຮັກ​ຂອງ​ນາງ ຄື​ໃນ​ມື​ຄົນ​ອັດ­ຊີ­ເຣຍ​ຊຶ່ງ​ນາງ​ຫລົງ­ໄຫລ​ນັ້ນ. \v 10 ພວກ­ເຂົາໄດ້ເຜີຍຄວາມເປືອ່ອຍຂອງນາງ. ພວກເຂົ​ຈັບ​ລູກ­ຊາຍ​ ແລະລູກຍິງ​ຂອງ​ນາງ, ແລະ​ພວກເຂົາ ໄດ້ຂ້າ​ນາງ​ດ້ວຍ​ດາບ ແລະ​ນາງ​ຈຶ່ງກາຍເປັນທີ່ຫນ້າອັບອາຍແກ່ຜູ້ຍິງອຶ່ນໆ, ດັ່ງນັ້ນ ພວກເຂົາໄດ​້ພິ­ພາກ­ສາ​ລົງ­ໂທດ​ນາງ​ແລ້ວ.