lo_ezk_text_ulb_l3/22/06.txt

1 line
1.4 KiB
Plaintext

\v 6 ເບິ່ງ​ແມ! ຜູ້ປົກຄອງ​ແຫ່ງ​ອິດສະຣາເອນນັ້ນ, ອຳນາດຂອງແຕ່ລະຄົນຂອງຕົວເຂົາເອງໄດ້ມາເຖິງເຈົ້າ ເພື່ອເຮັດໃຫ້ເກີດການຫລັ່ງເລືຶອດ. \v 7 ພວກເຂົາໄດ້ດູຫມິ່ນພໍ່ແມ່ຂອງຕົນໃນເມືອງນີ້, ແລະພວກເຂົາກົດຂີ່​ຂົ່ມ­ເຫັງ​ບັນດາຄົນຕ່າງດ້າວທີ່ຢູ່​ທ່າມ­ກາງເມືອງ. ພວກເຂົາປະພຶດບໍ່ດີຕໍ່ເດັກ­ກຳ­ພ້າ​ ແລະ​ແມ່­ຫມ້າຍ​ໃນເມືອງນີ້. \v 8 ເຈົ້າ​ໄດ້ດູ​ຫມິ່ນ­ປະ­ຫມາດ​ສິ່ງ​ທີ່​ບໍ­ຣິ­ສຸດ​ຂອງ​ເຮົາ ແລະ​ເຮັດ­ໃຫ້ບັນດາ​ສະ­ບາ​ໂຕ​ຂອງ​ເຮົາມົວຫມອງ. \v 9 ພວກນັກຂ້າໄດ້ມາຫາເຈົ້າ ເພື່ອເຮັດໃຫ້ເກີດການຫລັ່ງເລືອດ ແລະເຈົ້າຈະກິນລ້ຽງເທິງ​ພູ­ເຂົາ. ແລະເຮັດສິ່ງຊົ່ວຮ້າຍໃນ​ທ່າມ­ກາງ​ເຈົ້າ.