1 line
1.3 KiB
Plaintext
1 line
1.3 KiB
Plaintext
\v 15 ນີ້ຈະເປັນເຂດແດນຂອງແຜ່ນດິນນີ້ ທາງທິດເຫນືອຈາກທະເລໃຫຍ່ໄປຕາມທາງເມືອງເຮດໂລນ, ແລະ ຕໍ່ໄປຮອດເມືອງເຊດາດ. \v 16 ແລ້ວເຂດແດນຈະໄປຍັງເມືອງເບໂຣທາ, ເຖິງເມືອງຊິບຣາອິມ, ຊຶ່ງຢູ່ລະຫວ່າງເຂດແດນເມືອງດາມັສກັດ ແລະ ເຂດແດນເມືອງຮາມັດ, ແລະ ຮອດເມືອງຮາເຊີ-ຮັດຕິໂກນ, ຊຶ່ງຢູ່ທີ່ເຂດແດນເມືອງຮາອູຣານ. \v 17 ດັ່ງນັ້ນ ເຂດແດນຈະຍາວຈາກທະເລເຖິງເມືອງຮາຊາ-ເອໂນນ ຊຶ່ງຢູ່ທີ່ເຂດແດນທາງເຫນືອຂອງເມືອງດາມັສກັດ ແລະ ເມືອງຮາມັດທາງທິດເຫນືອ. ອັນນີ້ເປັນເຂດພາກເຫນືອ. |