lo_ezk_text_ulb_l3/14/22.txt

2 lines
1.6 KiB
Plaintext

\v 22 \v 23 ເບິ່ງ​ແມ ເຖິງ​ຈະ​ມີ­ຄົນ​ລອດ​ຕາຍ​ເຫລືອ​ຢູ່­ໃນ​ເມືອງ​ນັ້ນ ນຳ​ເອົາ​ລູກ­ຊາຍ ແລະ​ລູກ­ສາວ​ທັງ­ຫລາຍ​ຂອງ­ຕົນ​ອອກ​ມາ ເມື່ອ​ພວກ­ເຂົາ​ອອກ​ມາ​ຫາ​ເຈົ້າ ເຈົ້າ​ຈະ​ໄດ້​ເຫັນ​ທາງ ແລະ​ການ​ກະ­ທຳ​ຂອງ​ເຂົາ ເຈົ້າ​ຈະ​ເບົາ​ໃຈ​ໃນ​ເລື່ອງ​ການ​ຮ້າຍ ຊຶ່ງ​ເຮົາ​ໄດ້​ນຳ​ມາ​ເໜືອ​ເຢ­ຣູ­ຊາ­ເລັມ ຄື​ບັນ­ດາ​ສິ່ງ​ທີ່​ເຮົາ​ໄດ້​ນຳ​ມາ​ເໜືອ​ເມືອງ​ນັ້ນ
23 ຄົນ​ເຫລົ່າ­ນັ້ນ​ຈະ​ເຮັດ­ໃຫ້​ເຈົ້າ​ເບົາ​ໃຈ ເມື່ອ​ເຈົ້າ​ໄດ້​ເຫັນ​ທາງ ແລະ​ການ​ກະ­ທຳ​ທັງ­ຫລາຍ​ຂອງ​ເຂົາ​ແລ້ວ ແລະ​ເຈົ້າ​ຈະ​ຮູ້­ວ່າ ເຮົາ​ບໍ່­ໄດ້​ເຮັດ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ແລ້ວ​ໃນ​ເມືອງ​ນັ້ນ​ດ້ວຍ​ປາດ­ສະ­ຈາກ​ເຫດ­ຜົນ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ​ນີ້­ແຫລະ”