lo_ezk_text_ulb_l3/27/16.txt

1 line
1.5 KiB
Plaintext

\v 16 ຊາວ​ຊີ­ເຣຍ ເປັນຄູ່ການຄ້າກັບເຈົ້າ ​ເພາະ​ເຈົ້າ​ມີ​ສິນ­ຄ້າ​ຜະລິດຫລວງຫລາຍ. ພວກ­ເຂົາ​ເອົາ​ມໍຣະກົດ, ຜ້າ​ສີ­ມ່ວງ, ຜ້າ​ສີສັນຕ່າງໆ, ຜ້າປ່ານ​ເນື້ອ​ລະ­ອຽດ,ໄຂ່ມຸກຕ່າງໆ ແລະ​ທັບ­ທິມ ມາ​ແລກ​ກັບ​ສິນ­ຄ້າ​ຂອງ​ເຈົ້າ. \v 17 ຢູ­ດາ ແລະ​ແຜ່ນ­ດິນ​ອິດສະຣາເອນ​ ກໍໄດ້​ຄ້າ­ຂາຍ​ກັບ​ເຈົ້າ. ພວກ­ເຂົາ​ເອົາ​ເຂົ້າ­ເປືອກຈາກເມືອງ​ມິນ­ນິດ, ຂະຫນົມເຄັກ, ນ້ຳ­ເຜິ້ງ, ນ້ຳ­ມັນ ແລະພິມເສນແລກກັບສິນຄ້າຂອງເຈົ້າ. \v 18 ດາ­ມາ­ເຊ​ໄປ​ມາ​ຄ້າ­ຂາຍ​ກັບ​ເຈົ້າ​ ເພາະ​ເຈົ້າ​ມີ​ສິນ­ຄ້າ​ຜະລິດຫລວງຫລາຍຂອງເຈົ້າຈາກຊັບສິນທັງຫມົດຫລວງຫລາຍຂອງເຈົ້າ, ແລະ ​ເຫລົ້າ​ອະ­ງຸ່ນ​ເຮນ­ໂບນ ແລະ​ຂົນ​ແກະ​ຂາວແຫ່ງຊາຣາ.