lo_ezk_text_ulb_l3/03/10.txt

1 line
869 B
Plaintext

\v 10 ແລ້ວພຣະອົງ​ຊົງ​ກ່າວກັບຂ້ານ້ອຍ​ວ່າ, “ບຸດແຫ່ງມະ­ນຸດ​ເອີຍ, ທຸກຖ້ອຍຄຳທີ່ເຮົາກ່າວແກ່ເຈົ້ານັ້ນ—ຈົ່ງ​ຈົດ​ຈຳໃຫ້ຂື້ນໃຈ​ ແລະ ຈົ່ງຟັງດ້ວຍຫູຂອງເຈົ້າໃຫ້ດີ! \v 11 ແລ້ວຈົ່ງໄປ​ຫາ​ພວກຊະເລີຍ, ຄືປະຊາຊົນຂອງເຈົ້ານັ້ນ, ແລະ ຈົ່ງບອກ​ກັບພວກເຂົາ​ວ່າ, 'ພຣະຢາເວເປັນຜູ້ຊົງກ່າວດັ່ງນີ້; ເຖິງແມ່ນວ່າ ​ພວກ­ເຂົາ​ຈະ​ຟັງ​ຫລື​ ບໍ່​ຟັງ​ກໍ​ຕາມ.”