lo_ezk_text_ulb_l3/20/30.txt

3 lines
2.1 KiB
Plaintext

\v 30 \v 31 \v 32 0 ເພາະ­ສະ­ນັ້ນ ຈົ່ງ​ກ່າວ​ແກ່​ເຊື້ອ­ສາຍ​ອິສຣາເອນ​ວ່າ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ­ນີ້​ວ່າ ເຈົ້າ​ເຮັດ​ຕົວ​ໃຫ້­ເປັນ​ມົນ­ທິນ​ຕາມ​ຢ່າງ​ບັນ­ພະ­ບູ­ລຸດ​ຂອງ​ເຈົ້າ ແລະ​ຫລິ້ນ­ຊູ້​ກັບ​ສິ່ງ​ທີ່​ຫນ້າ​ກຽດ­ຊັງ​ຂອງ​ເຂົາ​ບໍ
31 ເມື່ອ​ເຈົ້າ​ຖວາຍ​ເຄື່ອງ­ບູ­ຊາ ແລະ​ຖວາຍ​ລູກ­ຊາຍ​ໃຫ້​ລຸຍ​ໄຟ ເຈົ້າ​ໄດ້​ເຮັດ​ຕົວ​ໃຫ້­ເປັນ​ມົນ­ທິນ ດ້ວຍ​ບັນ­ດາ​ຮູບ​ເຄົາ­ລົບ​ຂອງ​ເຈົ້າ​ຈົນ​ເຖິງ​ທຸກ​ວັນ​ນີ້ ໂອ ເຊື້ອ­ສາຍ​ອິສຣາເອນ​ເອີຍ ເຮົາ​ຈະ­ໃຫ້​ເຈົ້າ​ມາ​ຖາມ​ເຮົາ​ບໍ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ວ່າ ເຮົາ​ມີ­ຊີ­ວິດ​ຢູ່​ສັນ­ໃດ ເຮົາ​ຈະ​ບໍ່​ໃຫ້​ເຈົ້າ​ມາ​ຖາມ​ເຮົາ​ສັນ­ນັ້ນ
32 ແມ່ນ​ຫຍັງ​ຢູ່­ໃນ​ໃຈ​ຂອງ​ເຈົ້າ​ຈະ​ບໍ່­ເກີດ​ຂຶ້ນ​ໄດ້​ເລີຍ ຄື​ຄວາມ​ຄິດ​ທີ່​ວ່າ ‘ໃຫ້​ເຮົາ​ເປັນ​ເຫມືອນ​ປະ­ຊາ­ຊາດ​ທັງ­ຫລາຍ ໃຫ້­ເປັນ​ເຫມືອນ​ຄອບ­ຄົວ​ຕ່າງໆ​ໃນ​ປະ­ເທດ​ຕ່າງໆ ຄື​ໃຫ້​ເຮົາ​ບົວ­ລະ­ບັດ​ໄມ້ ແລະ​ສີ​ລາ.