lo_ezk_text_ulb_l3/20/27.txt

3 lines
2.1 KiB
Plaintext

\v 27 \v 28 \v 29 ເພາະ­ສະ­ນັ້ນ ບຸດ​ແຫ່ງ​ມະ­ນຸດ​ເອີຍ ຈົ່ງ​ເວົ້າ­ກັບ​ເຊື້ອ­ສາຍ​ອິສຣາເອນ ແລະ​ກ່າວ​ແກ່​ພວກ­ເຂົາ​ວ່າ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ­ນີ້​ວ່າ ໃນ​ເລື່ອງ​ນີ້​ບັນ­ພະ­ບູ­ລຸດ​ຂອງ​ເຈົ້າ​ກໍ­ໄດ້​ຫມິ່ນ­ປະ­ຫມາດ​ເຮົາ​ອີກ ໂດຍ​ໄດ້​ເຮັດ­ການ​ລະ­ເມີດ​ຕໍ່​ເຮົາ
28 ເພາະ­ວ່າ​ເມື່ອ​ເຮົາ​ໄດ້​ນຳ​ພວກ­ເຂົາ​ເຂົ້າ​ມາ​ໃນ​ແຜ່ນ­ດິນ​ທີ່​ເຮົາ​ປະ­ຕິ­ຍານ​ວ່າ​ຈະ­ໃຫ້​ພວກ­ເຂົາ​ນັ້ນ ເມື່ອ​ພວກ­ເຂົາ​ເຫັນ​ໂນນ­ພູ​ສູງ​ໃນ​ທີ່​ໃດ ຫລື​ເຫັນ​ຕົ້ນ­ໄມ້​ໃບ​ດົກ​ທີ່​ໃດ ພວກ­ເຂົາ​ກໍ​ຖວາຍ​ເຄື່ອງ­ບູ­ຊາ​ອັນ​ເປັນ​ທີ່​ໃຫ້​ເຄືອງ​ໃຈ​ເຮົາ ໃນ​ບ່ອນ­ນັ້ນ ພວກ­ເຂົາ​ໄດ້​ຖວາຍ​ກິ່ນ​ທີ່​ພໍ­ໃຈ ແລະ​ຖອກ​ເຄື່ອງ​ດື່ມ​ບູ­ຊາ​ອອກ​ບ່ອນ­ນັ້ນ
29 ເຮົາ​ໄດ້​ຖາມ​ພວກ­ເຂົາ​ວ່າ ສະ­ຖານ­ທີ່​ນະ­ມັດ­ສະ­ການ​ສູງ​ຊຶ່ງ​ເຈົ້າ​ເຂົ້າ­ໄປ​ນັ້ນ​ຄື​ຫຍັງ ແລະ​ພວກ­ເຂົາ​ຈຶ່ງ​ເອີ້ນ​ຊື່​ບ່ອນ­ນັ້ນ​ວ່າ ບາ­ມາ ສືບ​ເນື່ອງ​ມາ​ຈົນ​ເຖິງ​ມື້​ວັນ​ນີ້