lo_ezk_text_ulb_l3/20/15.txt

3 lines
1.8 KiB
Plaintext

\v 15 \v 16 \v 17 15 ຫລາຍ­ກວ່າ​ນັ້ນ​ອີກ ເຮົາ​ໄດ້​ປະ­ຕິ­ຍານ​ຕໍ່​ພວກ­ເຂົາ​ໃນ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ​ວ່າ ເຮົາ​ຈະ​ບໍ່​ນຳ​ພວກ­ເຂົາ​ເຂົ້າ​ມາ​ໃນ​ແຜ່ນ­ດິນ​ຊຶ່ງ​ເຮົາ​ໄດ້​ໃຫ້​ແກ່​ພວກ­ເຂົາ ເປັນ​ແຜ່ນ­ດິນ​ທີ່​ມີ​ນ້ຳ​ນົມ ແລະ​ນ້ຳ­ເຜິ້ງ​ໄຫລ​ບໍ­ລິ­ບູນ ເປັນ​ແຜ່ນ­ດິນ​ທີ່​ມີ​ສະ­ຫງ່າ­ລາ­ສີ​ທີ່­ສຸດ​ໃນ​ແຜ່ນ­ດິນ​ທັງ­ຫລາຍ
16 ເພາະ​ພວກ­ເຂົາ​ປະ­ຕິ­ເສດ​ບໍ່​ຮັບ​ຂໍ້​ຕັດ­ສິນ​ຂອງ​ເຮົາ ແລະ​ບໍ່​ດຳ­ເນີນ​ຕາມ​ກົດ­ເກນ​ຂອງ​ເຮົາ ແຕ່​ໄດ້​ເຮັດ­ໃຫ້​ສະ­ບາ​ໂຕ​ຂອງ​ເຮົາ​ສະ­ທ້ານ ເພາະ­ວ່າ​ຈິດ­ໃຈ​ຂອງ​ພວກ­ເຂົາ​ໄປ​ຕິດ­ຕາມ​ຮູບ​ເຄົາ­ລົບ​ຂອງ­ຕົນ
17 ເຖິງ​ປານ​ນັ້ນ​ກໍ­ດີ ໃນ­ຕາ​ຂອງ​ເຮົາ​ກໍ​ຍັງ​ປາ­ນີ​ພວກ­ເຂົາ ແລະ​ເຮົາ​ບໍ່­ໄດ້​ທຳ­ລາຍ​ພວກ­ເຂົາ ຫລື​ເຮັດ­ໃຫ້​ເຂົາ​ຈົບ​ສິ້ນ​ລົງ​ໃນ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ​ນັ້ນ