1 line
1.2 KiB
Plaintext
1 line
1.2 KiB
Plaintext
\v 22 ແລະໃນມື້ທີສອງ ເຈົ້າຈະຖວາຍແບ້ຕົວຜູ້ທີ່ບໍ່ມີຕຳຫນີ ເພື່ອເປັນເຄື່ອງບູຊາໄຖ່ບາບ ແລະຈົ່ງຊຳລະແທ່ນບູຊາ ເຫມືອນດັ່ງຊຳລະດ້ວຍງົວເຖິກ. \v 23 ເມື່ອເຈົ້າໄດ້ຊຳລະແທ່ນສຳເລັດແລ້ວ, ຈົ່ງຖວາຍງົວຫນຸ່ມຫນຶ່ງຕົວ ແລະແກະຜູ້ຄັດມາຈາກຝູງຫນຶ່ງຕົວ.ທັງງົວ ແລະແກະຜູ້ຕ້ອງບໍ່ມີຕຳຫນິ. \v 24 ເຈົ້າຈົ່ງຖວາຍສັດທັງສອງຕໍ່ພຣະພັກພຣະຢາເວ, ປະໂລຫິດທັງຫລາຍຈະເອົາເກືອໂຮຍລົງເທິງງົວ ແລະແກະຜູ້ຖວາຍເປັນເຄື່ອງເຜົາບູຊາແກ່ພຣະຢາເວ. |