lo_ezk_text_ulb_l3/42/13.txt

1 line
2.0 KiB
Plaintext

\v 13 ແລ້ວ​ຊາຍຄົນນັ້ນໄດ້​ກ່າວ​ແກ່​ຂ້າ­ນ້ອຍ​ວ່າ, “ຫ້ອງ​ທາງ​ທິດ­ເຫນືອ​ ແລະ​ຫ້ອງ​ທາງ​ທິດ­ໃຕ້​ກົງກັນຂ້າມ​ເດີ່ນ ​ເປັນ​ຫ້ອງ​ບໍ­ຣິ­ສຸດ ບ່ອນ​ປະ­ໂລ­ຫິດທັງຫລາຍ​ຜູ້​ເຂົ້າ​ໃກ້​ພຣະ­ຢາເວ ​ຈະ​ຮັບ​ປະ­ທານ​ຂອງ​ຖວາຍ​ອັນ​ບໍ­ຣິສຸດ​ທີ່­ສຸດ. ພວກ­ເຂົາ​ຈະ​ວາງ​ຂອງ​ຖວາຍ​ອັນ​ບໍ­ຣິສຸດ​ທີ່­ສຸດ​ນັ້ນ ໄວ້​ບ່ອນ­ນັ້ນ ແລະ​ເຄື່ອງ­ບູ­ຊາ​ພືດ​ຜົນ​ເປັນ​ເມັດ, ເຄື່ອງ­ບູ­ຊາ​ໄຖ່​ບາບ ເຄື່ອງ­ບູ­ຊາ​ໄຖ່​ຄວາມຜິດ ເພາະ­ວ່າ​ບ່ອນ­ນັ້ນ​ບໍ­ຣິສຸດ. \v 14 ເມື່ອ​ປະ­ໂລ­ຫິດ​ທັງຫມົດເຂົ້າ­ໄປ​ໃນ​ບ່ອນ​ບໍ­ຣິ­ສຸດ, ພວກ­ເຂົາ​ຈະ​ບໍ່­ອອກ​ໄປ​ຈາກ​ບ່ອນ​ບໍ­ຣິ­ສຸດ​ເຂົ້າ​ສູ່​ເດີ່ນ​ຂ້າງ​ນອກ ໂດຍບໍ່ໄດ້​ປົດ​ເຄື່ອງ​ແຕ່ງ​ກາຍ​ທີ່​ພວກ​ນຸ່ງ​ປະ­ຕິ­ບັດ​ຫນ້າ­ທີ່​ວາງ​ໄວ້​ບ່ອນ­ນັ້ນ ​ເພາະ​ສິ່ງ​ເຫລົ່າ​ນີ້​ບໍ­ຣິ­ສຸດ. ດັ່ງນັ້ນ ພວກ­ເຂົາ​ຈະ​ຕ້ອງ​ນຸ່ງ​ເຄື່ອງ​ແຕ່ງ​ກາຍ​ອື່ນ​ກ່ອນ​ທີ່​ພວກ­ເຂົາ​ຈະ​ເຂົ້າ­ໄປ­ໃກ້​ປະ­ຊາ­ຊົນ.”