lo_ezk_text_ulb_l3/42/01.txt

1 line
1.4 KiB
Plaintext

\c 42 \v 1 ແລ້ວ​ຊາຍຄົນນັ້ນ​ໄດ້​ພາ​ຂ້າ­ນ້ອຍ​ມາ​ເຖິງ​ເດີ່ນ​ຊັ້ນ​ນອກ ຊື່​ໄປທາງທິດ­ເຫນືອ ແລະ​ເຂົາໄດ້ນຳ​ຂ້ານ້ອຍ​ມາ​ເຖິງ​ຫ້ອງທັງຫລາຍ​ຊຶ່ງ​ຢູ່​ກົງ­ກັນ­ຂ້າມ​ກັບ​ເດີ່ນດ້ານນອກ ແລະ​ທາງທິດທເຫນືອນອກກຳແພງ. \v 2 ຫ້ອງເຫລົ່ານີ້​ເປັນ​ຫນຶ່ງ​ຮ້ອຍ​ສອກທີ່ຢູ່ຫນ້າ ແລະກວ້າງຫ້າ​ສິບ​ສອກ. \v 3 ຫ້ອງເຫລົ່ານີ້ບາງຫ້ອງຕິດກັບເດີ່ນຊັ້ນໃນ­ ຊຶ່ງຢູ່ຫ່າງຈາກສະຖານທີ່ນະມັດສະການເປັນ​ຊາວ​ສອກ​. ມີຫ້ອງຕ່າງໆ ຢູ່ສາມຊັ້ນ ແລະຫ້ອງຊັ້ນເທິງກໍແນມລົງມາຊັ້ນລຸ່ມ ເປັນ​ລະ­ບຽງ​ຊ້ອນ​ລະ­ບຽງ​ສາມ​ຊັ້ນ ເປີດໃຫ້ພວກເຂົາມີທາງເດີນ. ບາງຫ້ອງຫັນໄປທາງເດີ່ນຂ້າງນອກ.