lo_ezk_text_ulb_l3/41/05.txt

1 line
1.6 KiB
Plaintext

\v 5 ແລ້ວຊາຍຄົນນັ້ນກໍໄດ້​ວັດ­ແທກ​ຝາ​ພຣະ­ວິ­ຫານ-ໄດ້ຄວາມ​ຫນາ​ຫົກ​ສອກ. ຄວາມກວ້າງຂອງແຕ່ລະດ້ານຂອງຫ້ອງຊຶ່ງຢູ່ຮອບ​ພຣະ­ວິ­ຫານ​ທຸກ​ດ້ານໄດ້​ສີ່​ສອກ. \v 6 ມີຫ້ອງ​ລະ­ບຽງ​ນັ້ນ​ເປັນ​ຫ້ອງ​ສາມ​ຊັ້ນ​, ຫ້ອງຫນຶ່ງຢູ່ຂ້າງເທິງອີກຫ້ອງຫນຶ່ງ, ມີ​ຊັ້ນ​ລະ​ສາມ­ສິບ​ຫ້ອງ, ມີພະນັກ​ຢູ່​ຮອບ​ຝາ​ພຣະ­ວິ­ຫານໃຊ້ຄໍ້າຫ້ອງລະບຽງ ເພື່ອ​ບໍ່​ໃຫ້ມີສິ່ງຄໍ້າຢັນ​ລະ­ບຽງ​ຂອງ​ຝາ​ພຣະ­ວິ­ຫານ. \v 7 ດັ່ງນັ້ນ ຫ້ອງ​ລະ­ບຽງ​ນັ້ນ​ຍິ່ງ​​ກວ້າງ​ອອກ ແລະສູງ​ຂຶ້ນ​ໄປ, ແລະຍິ່ງສູງຂື້ນໄປອີກໄປຕາມພຣະວິຍານໂດຍຮອບ. ຫ້ອງກວ້າງຂື້ນເພື່ອພຣະວິຍານນັ້ນກໍຈະຍິ່ງສູງຂື້ນອີກ; ແລະກໍຍິ່ງກວ້າງຂື້ນອິກ ແລະມີຂັ້ນໃດນຳຂື້ນໄປຍັງຂັ້ນສູງສຸດໂດຍຕ້ອງລອກຜ່ານຊັ້ນກາງ.