lo_ezk_text_ulb_l3/40/35.txt

1 line
1.1 KiB
Plaintext

\v 35 ແລ້ວ​ເຂົາ​ກໍ​ນຳ​ຂ້າ­ນ້ອຍ​ມາ­ຍັງ​ປະ­ຕູທາງທິດ​ເຫນືອ ແລະ​ວັດ­ແທກ​ປະ­ຕູ​ນັ້ນ​ມີ​ຂະ­ຫນາດ​ດຽວ​ກັນ­ກັບ​ປະ­ຕູ​ອື່ນໆ. \v 36 ບັນດາຫ້ອງ​ຍາມ, ຝາ ແລະ​ລະ­ບຽງ​ຂອງ​​ປະ­ຕູ​ນີ້ ວັດແທກໄດ້​ຂະ­ຫນາດ​ດຽວ​ກັນ­ກັບ​ບົນດາປະຕູ​ອື່ນ ມີ​ປ່ອງ­ຢ້ຽມ​ໂດຍ​ຮອບ ປະຕູຍາວ​ຫ້າ​ສິບ​ສອກ ແລະ​ກວ້າງ​ຊາວ​ຫ້າ​ສອກ. \v 37 ລະ­ບຽງ​ຂອງ​ປະຕູນີ້​ຫັນ​ຫນ້າ​ສູ່​ເດີ່ນ​ຊັ້ນ​ນອກ ແລະ​ມີ​ຕົ້ນ​ຕານ​ຢູ່​ທີ່​ເສົາ​ດ້ານລະ​ຕົ້ນ ແລະມີຂັ້ນ­ໄດ​ຂື້ນໄປ​ແປດ​ຂັ້ນ.