lo_ezk_text_ulb_l3/40/17.txt

2 lines
1.3 KiB
Plaintext

\v 17 ແລ້ວ​ຊາຍຄົນນັ້ນກໍນຳ​ຂ້ານ້ອຍ​ອອກໄປທີ່​ເດີ່ນ​ຊັ້ນ​ນອກຂອງພຣະວິຍານ. ​ເບິ່ງ​ແມ, ມີ​ຫ້ອງຕ່າງໆ, ແລະມີທາງເດີນໃນຮອບເດີ່ນ, ມີ​ຫ້ອງ​ສາມ­ສິບ​ຫ້ອງ​ຫັນ​ຫນ້າ​ຖັດຈາກທາງເດີນອີກ. \v 18 ແລະ​ທາງເດີນມີຂື້ນໄປຕາມເບື້ອງຂ້າງ​ປະ­ຕູທັງຫລາຍ
ແລະກວ້າງອອກໄປເທົ່າ​ກັບດ້ານ​ຍາວ​ຂອງ​ປະ­ຕູທັງຫລາຍ. ນີ້​ເປັນ​ທາງເດີນຊັ້ນ​ລຸ່ມ. \v 19 ແລ້ວ​ຊາຍຄົນນັ້ນ​ກໍ​ວັດ­ແທກ​ລະຍະດ້ານຫນ້າຂອງ​ປະ­ຕູທີ່ຢູ່ຕໍ່າກວ່າ ​ໄປ​ຍັງດ້ານ​ຫນ້າ​ຂອງປະຕູຊັ້ນໃນ. ມັນວັດໄດ້ຫນຶ່ງຮ້ອຍສອກ. ທັງ​ທາງ​ຕາ­ເວັນ​ອອກ ແລະເຊັ່ນດຽວກັນກັບ​ທາງ​ເຫນືອ.