lo_ezk_text_ulb_l3/38/10.txt

1 line
1.7 KiB
Plaintext

\v 10 ພຣະຢາເວອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: ສິ່ງນີ້ຈະເກີດຂື້ນໃນວັນນັ້ນ ວ່າເປັນແຜນການຈະເກີດຂື້ນໃນໃຈຂອງເຈົ້າ, ແລະເຈົ້າຈະຄິດແຜນການຊົ່ວ. \v 11 ແລະ​ເຈົ້າຈະ​ກ່າວ​ວ່າ , ‘ເຮົາ​ຈະ​ຍົກ​ກອງ­ທັບ​ໄປ​ຍັງ​ແຜ່ນ­ດິນ​ເປີດໂລ່ງ, ເຮົາ​ຈະ​ໄປຍັງພວກທີ່ອາໃສຢູ່ຢ່າງສະຫງົບສຸກ ແລະປອດໄພ. ພວກເຂົາອາໃສຢູ່ໂດຍ​ບໍ່­ມີ​ກຳ­ແພງ, ບໍ່­ມີ​ສິ່ງ​ກີດ­ຂວາງ, ທີ່ຊຶ່ງບໍ່­ມີ​ປະ­ຕູເມືອງ’. \v 12 ເຮົາຈະປຸ້ນ ແລະຍາດ​ຊີງ​ເອົາ​ເຄື່ອງ​ຂອງ ເພື່ອ­ຈະ​ຢືນມືຂອງເຮົາຕໍ່ສູ້ດິນແດນທີ່ເຄີຍເປັນຊາກຫັກພັງ, ຊຶ່ງ​ຂະ­ນະ​ນີ້​ມີ­ຄົນ​ອາ­ໄສ​ຢູ່ແລະ​ຕໍ່ສູ້ກັບປະ­ຊາ­ຊົນ​ຊຶ່ງ​ຮວບ­ຮວມ​ຈາກ​ບັນ­ດາ​ປະ­ຊາ­ຊາດ, ຜູ້ຊຶ່ງ​​ໄດ້ຝູງ​ສັດ ແລະ​ໍຊັບສົມບັດ, ແລະທັງເປັນ​ຜູ້​ອາ­ໄສ​ຢູ່ສູນກາງຂອງ​ແຜ່ນ­ດິນໂລກ.'