lo_ezk_text_ulb_l3/34/25.txt

1 line
1.6 KiB
Plaintext

\v 25 ແລ້ວເຮົາ​ຈະ­ໃຫ້​ຄຳ­ຫມັ້ນ­ສັນ­ຍາແຫ່ງສັນຕິສຸກກັບພວກມັນ ແລະຈັດການສັດຮ້າຍຈາກແຜ່ນດິນ ເພື່ອວ່າພວກມັນຈະອາໃສຢູ່ໃນແຫ້ງແລ້ງກັນດານໄດ້ຢ່າງ​ປອດ­ໄພ​ ແລະນອນຢູ່ໃນປ່າໄດ້ຢ່າງປອດໄພ. \v 26 ເຮົາ​ຈະ​ເຮັດໃຫ້ພວກມັນກັບສະຖານທີ່ຮອບໆເນີນພູເຂົາຂອງເຮົາ ເປັນແຫລ່ງພຣະ­ພອນ​ຂອງພວກ​ມັນ ເພາະເຮົາຈະສົາງ​ຝົນ­ຕົກ​ລົງ­ມາ ຕາມລະດູການ, ເປັນສາຍຝົນແຫ່ງພຣະພອນ. \v 27 ແລ້ວ​ຕົ້ນ­ໄມ້​ໃນທົ່ງຫຍ້າ​ຈະ​ເກີດ​ຫມາກ ແລະພື້ນດິນຈະເກີດຜົນຜະລິດ. ​ແກະ​ທຸກໆໂຕຂອງເຮົາ ​ຈະ​ມີ­ຊີ­ວິດ​ຢູ່­ໃນແຜ່ນດິນ​ຂອງ​ມັນ​ເອງ​ຢ່າງ​ປອດ­ໄພ; ພວກມັນຈະຮູ້ວ່າ ເຮົາຄື ພຣະຢາເວເມື່ອເຮົາຫັກຄານແອກຂອງພວກມັນເສຍ ແລະຊ່ວຍເຫລືອພວກມັນຈາກມືຂອງຄົນເຫລົ່ານັ້ນທີ່ເຮັດໃຫ້ພວກມັນຕົກເປັນທາດ.