lo_ezk_text_ulb_l3/34/11.txt

1 line
1.7 KiB
Plaintext
Raw Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 11 ເພາະພຣະຢາເວ­ອົງພຣະຜູ້­ເປັນ­ເຈົ້າຊົງກ່າວ​ວ່າ: ເບິ່ງແມ! ເຮົາ​ຈະ​ຊອກ­ຫາ​ແກະ​ຂອງ​ເຮົາ ແລະ​ເຮົາລ້ຽງ​ພວກມັນ​ເອງ, \v 12 ເຫມືອນຜູ້​ລ້ຽງ​ແກະຊອກຫາຝຸງ​ແກະ ເມື່ອເຂົາຢູ່ໃນທ່າມກາງແກະຂອງເຂົາທີ່ກະຈັດກະຈາຍໄປ. ດັ່ງນັ້ນ ເຮົາຈະຊອກຫາແກະຂອງເຮົາເຊັ່ນນັ້ນ ແລະເຮົາຈະຊ່ວຍເຫລືອພວກແກະໃຫ້ລອດພົ້ນຈາກສະຖານທີ່ທັງຫລາຍ ຊຶ່ງພວກມັນໄດ້ກະຈັດກະຈາຍໄປ, ເມື່ອວັນທີ່ມີເມກ ແລະມືດມິດ​. \v 13 ແລ້ວເຮົາ​ຈະ​ນຳພວກ​ມັນ​ອອກ​ທ່າມກາງຊົນຊາດທັງຫລາຍ ແລະເຮົາຈະຮວບຮວມພວກມັນມາຈາກແຜ່ນດິນຕ່າງໆ ແລະເຮົາຈະນຳພວກມັນມາໄວ້ໃນແຜ່ນດິນຂອງພວກມັນເອງ. ແລ້ວເຮົາຈະນຳພວກມັນຢູ່ໃນທົ່ງຫຍ້າກາງເນີນພູຂອງ​ອິສຣາເອນ, ຢູ່​ໃກ້​ຫ້ວຍ­ຮ່ອງ, ແລະ​ໃນ​ທຸກໆ ບ່ອນດິນແດນນັ້ນ ທີ່ສາມາດອາໃສໄດ້.