lo_ezk_text_ulb_l3/28/01.txt

1 line
1.6 KiB
Plaintext

\c 28 \v 1 ພຣະ­ຄຳ​ຂອງ​ພຣະ­ຢາເວ​ມາ​ເຖິງ​ຂ້າ­ນ້ອຍອີ​ກກ່າວວ່າ, \v 2 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ກ່າວ​ແກ່​ເຈົ້າ­ເມືອງ​ຕີ­ເຣ​ວ່າ ພຮະຢາເວອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: ເພາະ​ໃຈ​ຂອງ​ເຈົ້າ​ອວດ­ອົ່ງ​ຈອງ­ຫອງ​ຂຶ້ນ! ແລະ​ເຈົ້າ​ໄດ້​ກ່າວ​ວ່າ, ‘ຂ້າ​ເປັນ​ເທບພະເຈົ້າ! ຂ້ານັ່ງ​ຢູ່­ໃເທິງ​ບ່ອນ​ນັ່ງຂອງບັນດາ​ເທບພະເຈົ້າ ​ໃນໃຈກາງ​ທະ­ເລທັງຫລາຍ’, ແຕ່​ເຈົ້າ​ເປັນ­ພຽງ​ແຕ່​ມະ­ນຸດ, ບໍ່​ແມ່ນ​ເທບພະ­ເຈົ້າ, ເຖິງ​ແມ່ນ​ເຈົ້າ​ຖື​ຕົວ​ເຈົ້າ​ວ່າຄວາມຄິດເຈົ້າເຫມືອນຄວາມຄດຂອງເທບພະເຈົ້າ. \v 3 ເບິ່ງ​ແມ! ເຈົ້າຄິດວ່າເຈົ້າ​ສະ­ຫລາດ​ກວ່າ​ດາ­ນີ­ເອນ, ແລະບໍ່­ມີ​ຄວາມ​ລັບ​ອັນ­ໃດ​ທີ່​ເຊື່ອງ​ໃຫ້​ພົ້ນ​ຈາກເຈົ້າ​ໄດ້!