lo_ezk_text_ulb_l3/21/21.txt

1 line
1.8 KiB
Plaintext

\v 21 ເພາະ­ວ່າ​ກະ­ສັດ​ບາ­ບີ­ໂລນຈະຢຸດ­ຢູ່​ທີ່​ທາງ​ແຍກ, ຂອງ​ຫົວ​ຖະ­ຫນົນ​ສອງ​ຖະຫນົນ, ເພື່ອ​ຄຳ​ທຳ​ນວາຍ.ເຂົາ​ແກວ່ງ​ລູກ​ທະ­ນູ ແລະ​ຖາມເສັ້ນທາງຈາກ​ຮູບ​ເຄົາ­ລົບ​ທັງຫລາຍ ແລະເຂົາຈະຕັບ​ຂອງ​ສັດ. \v 22 ໃນ​ມື​ເບື້ອງ​ຂວາຂອງເຂົາຈະ​ມີ​ສະ­ຫລາກ​ຂອງນະຄອນເຢ­ຣູ­ຊາ­ເລັມ ເພື່ອຈະ​ຕັ້ງ​ເຄື່ອງ​ກັບດັກທຳ­ລາຍມັນ, ເພື່ອ­ຈະ​ໃຫ້​ອ້າ​ປາກຂອງເຂົາສັ່ງໃຫ້ທຳລາຍລ້າງ, ເພື່ອ​ສົ່ງ­ສຽງ​ຮ້ອງດັງ ໃຫ້ສູ້ຮົບ, ເພື່ອ​ວາງ​ເຄື່ອງ​ກັບດັກທຳ­ລາຍ​ກຳ­ແພງ​​ທີ່​ປະ­ຕູ​ເມືອງ , ເພື່ອ​ສ້າງ​ທາງລາດ ແລະ​ກໍ່​ກຳ­ແພງ​ອ້ອມ. \v 23 ເບິ່ງເຫມືອນ​ຄຳ​ທຳ​ນວາຍທີ່​ບໍ່​ມີປະໂຫຍດ ໃນ​ສາຍ­ຕາ​ຄົນເຢ­ຣູ­ຊາ­ເລັມ. ຄົນພວກນັ້ນທີ່ເຄີຍສາບານກັບຊາວາ­ບີ­ໂລນ, ແຕ່​ກະສັດບາ­ບີ­ໂລນ ຈະກ່າວໂທດເຂົາ ແລະລະເມີດພັນທະສັນຍາ ເພື່ອຈະຈັບພວກເຂົາໄປ.