lo_ezk_text_ulb_l3/14/09.txt

1 line
1.7 KiB
Plaintext

\v 9 ຖ້າ​ຜູ້­ປະ­ກາດ­ພຣະ­ທຳ​ຄົນນັ້ນ​ຫລອກ­ລວງ ແລະ​ກ່າວ​ຂໍ້ຄວາມ​​ໃດໆ, ເຮົາ, ​ແມ່ນ​ພຣະ­ຢາເວ, ຈະຫລອກ​ລວງ​ຜູ້­ປະ­ກາດ­ພຣະ­ທຳ​ຄົນ​ນັ້ນ; ​ເຮົາ​ຈະ​ຢຽດ​ມື​ຂອງ​ເຮົາ​ອອກ​ຕໍ່­ສູ້​ເຂົາ ແລະ​​ທຳ­ລາຍ​ລ້າງເຂົາ​ເສຍ​ຈາກ​ທ່າມ­ກາງປະຊາຊົນ​ອິດສະຣາເອນ​ຂອງ​ເຮົາ. \v 10 ພວກ­ເຂົາ​ຈະ​ຕ້ອງ​ທົນ​ຮັບ­ໂທດຂອງພວກເຂົາ ໂທດ​ຂອງ​ຜູ້­ປະ­ກາດ­ພຣະ­ທຳກໍເປັນເຊັ່ນດຽວກັບຄົນທີ່ມາປຶກສາເຂົົາ. \v 11 ດ້ວຍເຫດນີ້ເອງ, ​ເຊື້ອ­ສາຍ​ອິດສະຣາເອນ​ຈະ​ບໍ່​ຫນີຈາກການຕິດຕາມເຮົາອີກຕໍ່ໄປ ທັງຈະບໍ່ປ່ອຍຕົວເຮັດໃຫ້­ເປັນ​ມົນ­ທິນທັງປວງອີກຕໍ່ໄປ​ດ້ວຍ​ການ​ລະ­ເມີດ​ຂອງພວກເຂົາທັງຫມົດ.​ພວກ­ເຂົາ​ຈະ​ເປັນ​ປະ­ຊາ­ຊົນ​ຂອງ​ເຮົາ, ແລະ​ເຮົາ​ຈະ​ເປັນ​ພຣະ­ເຈົ້າ​ຂອງ​ພວກ­ເຂົາ- ພຣະຢາເວອົງພຣະ­ຜູ້­ເປັນ­ເຈົ້າ​​ກ່າວ​ດັ່ງ­ນີ້.”