lo_ezk_text_ulb_l3/09/09.txt

1 line
1.7 KiB
Plaintext

\v 9 ແລ້ວ​ພຣະ­ອົງ​ກ່າວ​ກັບ​ຂ້າ­ນ້ອຍວ່າ, “ຄວາມ​ຊົ່ວ­ຮ້າຍ​ຂອງ​ເຊື້ອ­ສາຍ​ອິສຣາເອນ ແລະ​ຢູ­ດາ ໃຫຍ່​ຫລາຍ. ແຜ່ນ­ດິນ​ກໍ​ເຕັມ​ໄປ​ດ້ວຍ​ເລືອດ ແລະ​ຄວາມ​ອະ­ຍຸດ­ຕິ­ທຳ​ກໍ​ເຕັມ​ເມືອງ, ເພາະ​ພວກ­ເຂົາ​ກ່າວ​ວ່າ, ‘ພຣະຢາເວ​ໄດ້​ປະ​ຖິ້ມ​ແຜ່ນ­ດິນ​ນີ້​ແລ້ວ; ແລະ​ ’ພຣະ­ຢາເວ​ບໍ່​ທອດ​ພຣະ­ເນດ​ເບິ່ງ​ອີກ’. \v 10 ດັ່ງນັ້ນແລ້ວ ດວງຕາຂອງເຮົາ​ບໍ່​ປາ­ນີ, ແລະ​ເຮົາ​ຈະ​ບໍ່​ສົງ­ສານ, ແຕ່​ເຮົາ​ຈະ​ໃຫ້ສິ່ງທີ່ພວກເຂົາເຮັດໄວ໊ນັ້ນ ຢ້ອນກັບມາຕົກແກ່ຫົວ​ຂອງ​ເຂົາແທນ”. \v 11 ແລະ​ເບິ່ງ​ແມ! ຊາຍ​ຄົນ­ທີ່​ນຸ່ງ­ຫົ່ມ​ຜ້າ​ປ່ານ​ຖື​ກ່ອງ​ນ້ຳ​ມຶກ​ເຄື່ອງ​ຂຽນ​ນັ້ນຢູ່ຂ້າງກາຍຂອງເຂົານັ້ນ ກໍກັບມາຫາເຂົາ, ເຂົາໄດ້ລາຍງານ ແລະກາບທູນວ່າ “ຂ້າ­ພະ­ອົງ​ໄດ້​ເຮັດ​ຕາມ​ທີ່​ພຣະ­ອົງ​ໄດ້​ສັ່ງທັງສີ້ນ​ແລ້ວ.”